ຕັດສິນໃຈປະຕິບັດບັນດາມາດຕະການເພື່ອບັນລຸຄາດໝາຍທັງປີເຕີບໂຕ 6,7%

(VOVWORLD) - ປະຕິບັດບັນດາມາດຕະການເພື່ອບັນລຸຄາດໝາຍທັງປີເຕີບໂຕ 6,7% - ນີ້ແມ່ນຄວາມຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍົກອອກມາທີ່ກອງປະຊຸມລັດຖະບານປະຈຳເດືອນ 9, ໃນວັນທີ 2 ຕຸລາ. 

ເມື່ອຕີລາຄາສະພາບການເສດຖະກິດ ສັງຄົມ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ໃນໄຕມາດທີ 3, ເສດຖະກິດຂອງທົ່ວປະເທດເຕີບໂຕຢ່າງກະໂດດຂັ້ນ ຂຶ້ນເຖິງລະດັບ 7,46%, ເປັນຕົ້ນແມ່ນໃນຂົງເຂດຜະລິດການບໍລິການ; ກະສິກຳ; ອຸດສາຫະກຳ ປຸງແຕ່ງ, ການຂາຍຄ່ອຍ ແລະ ການທ່ອງທ່ຽວ…ທ່ານນາຍົກລັດຖະມົນຕີ ກໍ່ໃຫ້ຮູ້ວ່າ: ເວທີປາໄສເສດຖະກິດໂລກຫາກໍ່ຕີລາຄາກຳລັງແກ່ງແຍ້ງຂອງ ຫວຽດນາມ ເພີ່ມ 5 ຂັ້ນ, ດັດຊະນີນັກບໍລິຫານຊື້ສິນຄ້າ (PMI) ໂດຍ Nikkei ຫາກໍ່ປະກາດຂອງ ຫວຽດນາມ ບັນລຸ 53 ຈຸດ, ສູງທີ່ສຸດໃນກຸ່ມ ອາຊຽນ. ດ້ວຍລະດັບການເຕີບໂຕຂອງການສົ່ງອອກໃນປະຈຸບັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີບັນດາກະຊວງ, ຂະແໜງການຊຸກຍູ້ການສົ່ງອອກ, ສູ້ຊົນໃຫ້ເຕີບໂຕແຕ່ 20 – 21%. ເພີ່ມຂຶ້ນທົບ 3 ເທົ່າເມື່ອທຽບໃສ່ແຜນການທີ່ໄດ້ວາງອອກ. ແຕ່ເພື່ອປະຕິບັດສຳເລັດໜ້າທີ່ຂອງປີ 2017, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ:

        “9 ເດືອນບັນລຸ 6,41% ແມ່ນສູງກ່ວາໄລຍະດຽວກັນຂອງປີກາຍ, ແຕ່ຢາກໃຫ້ທັງປີບັນລຸ 6,7% ນັ້ນ, ໄຕມາດທີ 4 ຕ້ອງບັນລຸແຕ່ 7,4 7,5%. ບັນລຸໄດ້ຕົວເລກນີ້ແມ່ນບໍ່ງ່າຍດາຍ. ດັ່ງນັ້ນ, ບັນດາຂະແໜງການ, ບັນດາຂົງເຂດຕ້ອງກວດກາຄືນ. ໃນນັ້ນ, ຂະແໜງມີຄວາມຮັບຜິດຊອບຕ້ອງຊອກຫາສິ່ງຈຳກັດ, ອ່ອນດ້ອຍ, ບັນດາທ້ອງຖິ່ນຈຸດສຸມຕ້ອງຊອກຫາມາດຕະການລະອຽດເພື່ອສືບຕໍ່ເຕີບໂຕ.”

ຕອບກັບ

ຂ່າວ/ບົດ​ອື່ນ