ຕີລາຄາຄວາມເພິ່ງພໍໃຈຂອງປະຊາຊົນຕ້ອງເພີ່ມທະວີການຮັບເອົາຄຳເຫັນຢູ່ບ່ອນປະຊາຊົນຖືກຮັບໃຊ້

ຕີລາຄາຄວາມເພິ່ງພໍໃຈຂອງປະຊາຊົນຕ້ອງເພີ່ມທະວີການຮັບເອົາຄຳເຫັນຢູ່ບ່ອນປະຊາຊົນຖືກຮັບໃຊ້ - ảnh 1
ທ່ານ ຫງວຽນທ້ຽນເຍີນ ທີ່ການເຮັດວຽກ
(ພາບ: baochinhphu.vn)

(vovworld) – ​ໃນ​ການ​​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ກ່ຽວ​ກັບ​ການ​ກຳນົດ​ດັດຊະ​ນີຄວາມ​ເພິ່ງ​ພໍ​ໃຈ​ຂອງ​ປະຊາຊົນ, ອົງການຈັດ​ຕັ້ງສຳລັບ​ການ​ຮັບ​ໃຊ້​ຂອງ​ອົງການ​ບໍລິຫານ​ແຫ່ງ​ລັດ, ວັນ​ທີ 27/9, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ຫງວຽນ​ທ້ຽນ​ເຍີນ ​ໄດ້​ຢັ້ງຢືນ​ວ່າ: ​ເພື່ອ​ກຳ​ເນີດດັດ​ຊະ​ນີຄວາມ​ເພິ່ງ​ພໍ​ໃຈ​ຂອງ​ປະຊາຊົນ, ຂ​ອດທຳ​ອິດ​ແມ່ນ​ເພີ່ມ​ທະວີ​ການ​ຮັບ​ເອົາ​ຄຳ​ເຫັນ, ຮັບ​ຟັງ​ຢູ່​ບ່ອນ​ທີ່​ປະຊາຊົນ​ຖືກ​ຮັບ​ໃຊ້. ທ່ານ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ: ​ໃນ​ການປ່ຽນ​​ໃໝ່​ລະບອບລະບຽບ​ການ​ເວົ້າ​ລວມ ​ແລະ ປະຕິ​ຮູບ​ການ​ບໍລິຫານ​ເວົ້າ​ສະ​ເພາະນັ້ນ, ​ເລື່ອງ​ກຳນົດ​ດັດຊະ​ນີຄວາມ​ເພິ່ງ​ພໍ​ໃຈ​ຂອງ​ປະຊາຊົນ​ແມ່ນ​ໜ້າ​ທີ່​ຫຼັກ​ແຫຼ່ງ. ສິ່ງ​ດັ່ງກ່າວ​ຕ້ອງ​ປະ​ຕິ​ບັດ​ຢ່າງ​​ແຮງ​ໃນ​ໄລຍະ​ຈະມ​າ​ເຖິງ. ຜ່ານ​ການ​ສຳ​ຫຼວດຢູ່​ນະ​ຄອນ ​ໂຮ່ຈີ​ມິນ, ທ່ານ ຫງວຽນ​ທ້ຽນ​ເຍີນ ​ຖື​ວ່າ ​ເລື່ອງ​ກຳ​ນົດດັດ​ຊະ​ນີຄວາມ​ເພິ່ງພໍ​ໃຈ​ຂອງ​ປະຊາຊົນ​ຕ້ອງ​ສຸມ​ໃສ່​ເຂົ້າ 3 ບັນຫາ​ເຊິ່ງລວມມີ: ກຳນົດ​ສະພາບ​ກາ​ນຕົວ​ຈິງ - ​ແກ້​ໄຂ​ສິ່ງ​ຈຳກັດ ​ແລະ ປະກາດ​ຢ່າງ​ກະຈ່າງ​ແຈ້ງ. ທ່ານ​ສະ​ເໜີ​ໃນ​ເດືອນ​ຈະ​ມາ​ເຖິງ, ກະຊວງ​ພາຍ​​ໃນ ​ແລະ ນະຄອນ ​ໂຮ່ຈີ​ມິນ ຄວນ​ສ້າງ​ແຜນການ​, ວິ​ທີ​ການ​ຕີ​ລາຄາ​ຄວາມ​​ເພິ່ງ​ພໍ​ໃຈ​ຂອງ​ປະຊາຊົນ​​ໃນ​ຊຸມ​ປີ​ຕໍ່​ໄປ​ໃຫ້​ສົມບູນ​ແບບ.

ຫຼັງ​ຈາກ​ນັ້ນ, ​ໃນ​ການ​ເຮັດ​ວຽກ​ກັບ​ນະຄອນ ​ເກີນ​ເທີ​ໃນ​ຕອນ​ບ່າຍ​ວັນ​ທີ 28/9, ທ່ານ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ: ​ໂຄງການ​ສັງ​ລວມປະຕິ​ຮູບ​ບໍລິຫານ​ຂອງ​ລັດ​ໄລຍະ 2011 – 2020 ​ໄດ້​ວາງ​ອອກ​ຄາດໝາຍ​ຮັບປະກັນ​ຄວາມ​ເພິ່ງ​ພໍ​ໃຈ​ຂອງ​ສ່ວນ​ບຸກຄ​ົນ, ອົງການ​ສຳລັບ​ການ​ຮັບ​ໃຊ້​ຂອງ​ອົງການ​ບໍລິຫານ​ແຫ່ງ​ລັດ​ບັນລຸ​ລະດັບ​ກ່ວາ 60% ​ໃນ​ປີ 2015 ​ແລະ ກ່ວາ 80% ​ໃນ​ປີ 2020.


ຂ່າວ/ບົດ​ອື່ນ