ຕວກ​ກີ ຍ​ັງ​ບໍ່​ທັນ​ເຫັນ​ດີ​ໃຫ້ ຊູ​ແອັດ ເຂົ້າ​ເປັນ​ສະ​ມາ​ຊິກ ນາ​ໂຕ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ຊູແອັດ Tobias Billstrom ພັດໄດ້ຕີລາຄາວ່າ ກອງປະຊຸມບັນລຸໄດ້ຄວາມຄືບໜ້າ ແລະ ປະເທດນີ້ ໄດ້ລໍຄອຍ “ການຕັດສິນທີ່ຕັ້ງໜ້າໃນອາທິດໜ້າ”.

 


ຕວກ​ກີ ຍ​ັງ​ບໍ່​ທັນ​ເຫັນ​ດີ​ໃຫ້ ຊູ​ແອັດ ເຂົ້າ​ເປັນ​ສະ​ມາ​ຊິກ ນາ​ໂຕ - ảnh 1ທ່ານເລຂາທິການໃຫ່ຍ ນາໂຕ Jens Stoltenberg ທີ່ກງອປະຊຸມຖະແຫຼງຂ່າວ ຢູ່ ບຣຸກແຊນ ປະເທດແບນຊິກ (ພາບ: AFP/TTXVN)

   ກ່າວຄຳເຫັນທີ່ກອງປະຊຸມ 3 ຝ່າຍ ລວມມີທ່ານເລຂາທິການໃຫ່ຍ ນາໂຕ Jens Stoltenberg ແລະ ຜູ້ຕາງໜ້າຂອງ ຕວກກີ, ຊູແອັດ ຈັດຂຶ້ນໃນວັນທີ 6 ກໍລະກົດ, ຢູ່ ບຣຸກແຊນ ປະເທດແບນຊິກ, ທ່ານ Jens Stoltenberg ໃຫ້ຮູ້ວ່າ, ຕວກກີ ຍັງບໍ່ທັນໄດ້ “ເປີດໄຟຂຽວ” ໃຫ້ແກ່ເລື່ອງ ຊູແອດ ເຂົ້າເປັນສະມາຊິກອົງການສຳພັນທະມິດການທະຫານນີ້ເທື່ອ.

   ແຕ່ເຖິງແນວນັ້ນກໍ່ຕາມ, ຕາມທ່ານ Jens Stoltenberg ແລ້ວ, ກອງປະຊຸມລະຫວ່າງທ່ານ ແລະ ຜູ້ຕາງໜ້າຂອງ ຕວກກີ, ຊູແອັດ ໄດ້ດຳເນີນໄປດ້ວຍປະສິດທິຜົນທີ່ດີ ພ້ອມທັງສະແດງຄວາມປະເອີບໃຈ ກ່ຽວກັບແງ່ຫວັງທີ່ ຊູແອັດ ຈະກາຍເປັນສະມາຊິກຂອງ ນາໂຕ.

   ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຕວກກີ Hakan Fidan ໄດ້ຮັບຮູ້ບັນດາການດັດປັບຂອງ ຊູແອັດ ແຕ່ເນັ້ນໜັກວ່າ ບັນດາການດັດປັບນີ້ ຕ້ອງຕິດພັນກັບການກະທຳຕົວຈິງ. ທ່ານຊີ້ແຈ້ງວ່າ ບັນດາປະເທດຢາກເຂົ້າເປັນສະມາຊິກ ນາໂຕ ຕ້ອງມີຫຼັກໝັ້ນຢ່າງໝັ້ນຄົງ ໃນການຕໍ່ສູ້ຕ້ານການກໍ່ການຮ້າຍ.

   ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ຊູແອັດ Tobias Billstrom ພັດໄດ້ຕີລາຄາວ່າ ກອງປະຊຸມບັນລຸໄດ້ຄວາມຄືບໜ້າ ແລະ ປະເທດນີ້ ໄດ້ລໍຄອຍ “ການຕັດສິນທີ່ຕັ້ງໜ້າໃນອາທິດໜ້າ”.

ຕອບກັບ

ຂ່າວ/ບົດ​ອື່ນ