ຕວກກີ ສືບຕໍ່ເກີດເຫດແຜ່ນດິນໄຫວ: ມີ 70 ຄົນເສຍຊີວິດ ແລະ ຮັບບາດເຈັບ

(VOVWORLD) -ມາຮອດປະຈຸບັນ, ມີຢ່າງໜ້ອຍສຸດ 2 ຄົນຖືກຕິດຄ້າງໃນຊາກອາຄານພັງທະລາຍ.
ຕວກກີ ສືບຕໍ່ເກີດເຫດແຜ່ນດິນໄຫວ: ມີ 70 ຄົນເສຍຊີວິດ ແລະ ຮັບບາດເຈັບ - ảnh 1 ເຫດແຜ່ນດິນໄຫວມີຄວາມແຮງ 5,2 ຣິກເຕີ ເກີດຂຶ້ນໃນຕອນບ່າຍວັນທີ 27 ກຸມພາ
(ພາບ: AFP)

        ເຫດແຜ່ນດິນໄຫວມີຄວາມແຮງ 5,2 ຣິກເຕີ ເກີດຂຶ້ນໃນຕອນບ່າຍວັນທີ 27 ກຸມພາ, ຢູ່ແຂວງ Malatya, ທາງທິດຕາເວັນອອກສ່ຽງໃຕ້ຂອງ ຕວກກີ, ເຮັດໃຫ້ 1 ຄົນເສຍຊີວິດ, 69 ຄົນຮັບບາດເຈັບ ແລະ ຕຶກອາຄານຫຼາຍຫຼັງຖືກຫັກພັງ. ທ່ານ Yunus Sezer, ຫົວໜ້າອົງການຄຸ້ມຄອງເຫດສຸກເສີນ ແລະ ໄພພິບັດ ຕວກກີ (AFAD), ໃຫ້ຮູ້ວ່າ ພາຍຫຼັງເຫດແຜ່ນດິນໄຫວ, ບັນດາກຳລັງກູ້ໄພກູ້ຊີບສຸກເສີນໄດ້ຜັນຂະຫຍາຍໄປຍັງຕຶກອາຄານ 5 ແຫ່ງທີ່ຖືກຜົນສະທ້ອນ. ມາຮອດປະຈຸບັນ, ມີຢ່າງໜ້ອຍສຸດ 2 ຄົນຖືກຕິດຄ້າງໃນຊາກອາຄານພັງທະລາຍ.

        ໃນຂະນະນັ້ນ, ຢູ່ ຊີຣີ, ສຳນັກຂ່າວສານ ຊີຣີ (SANA) ໃຫ້ຮູ້ວ່າ, ຄວາມສ່ຽງຈະສືບຕໍ່ເກີດແຜ່ນດິນໄຫວຢູ່ປະເທດນີ້ຍັງມີຢູ່ ພາຍຫຼັງໄພພິບັດແຜ່ນດິນໄຫວໃນວັນທີ 06 ກຸມພາ, ເຊິ່ງເຮັດໃຫ້ນັບພັນຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ