ຕວກ​ກີ ສະ​ແດງ​ຄວາມ​ຫວັງ​ຢາກ​ສ້າງ​ໜ້າ​ໃໝ່​ໃນ​ການ​ພົວ​ພັນ​ກັບ ລັດ​ເຊຍ

(VOVWORLD) - ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ຂອບອົກຂອບໃຈທ່ານປະທານາທິບໍດີຕວກກີ Recep Tayyip Erdogan ທີ່ໄດ້ເຂົ້າຮ່ວມໂດຍກົງ ແລະ ຜ່ານຄະນະເລຂາ ສປຊ, ບັນຫາສະໜອງທັນຍາຫານຂອງຢູແກຼນ ຈາກບັນດາທ່າກຳປັ່ນທະເລດຳ ໄດ້ຮັບການແກ້ໄຂ.
ຕວກ​ກີ ສະ​ແດງ​ຄວາມ​ຫວັງ​ຢາກ​ສ້າງ​ໜ້າ​ໃໝ່​ໃນ​ການ​ພົວ​ພັນ​ກັບ ລັດ​ເຊຍ - ảnh 1

 ປະທານາທິບໍດີລັດເຊຍ Vladimir Putin ແລະ ປະທານາທິບໍດີຕວກກີ Recep Tayyip Erdogan ທີ່ການເຈລະຈາ (ພາບ: Tass)

  ວັນທີ 5 ສິງຫາ, ຢູ່ນະຄອນໂຊຈີ ປະເທດລັດເຊຍ, ໄດ້ດຳເນີນການພົບປະເຈລະຈາລະຫວ່າງທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີຕວກກີ Recep Tayyip Erdogan ເນື່ອງໃນໂອກາດທີ່ທ່ານປະທານາທິບໍດີຕວກກີ ໄປຢ້ຽມຢາມ ລັດເຊຍ ເປັນເວລາ 1 ວັນ.

ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ຂອບອົກຂອບໃຈທ່ານປະທານາທິບໍດີຕວກກີ Recep Tayyip Erdogan ທີ່ໄດ້ເຂົ້າຮ່ວມໂດຍກົງ ແລະ ຜ່ານຄະນະເລຂາ ສປຊ, ບັນຫາສະໜອງທັນຍາຫານຂອງຢູແກຼນ ຈາກບັນດາທ່າກຳປັ່ນທະເລດຳ ໄດ້ຮັບການແກ້ໄຂ. ພ້ອມກັນນັ້ນ ກໍ່ໄດ້ຮັບຮອງເອົາຂໍ້ຕົກລົງມອບເໝົາກ່ຽວກັບການສະໜອງສະບຽງອາຫານ ແລະ ຝຸ່ນເຄມີຂອງລັດເຊຍ ໃຫ້ແກ່ຕະຫຼາດໂລກບໍ່ຖືກຂາດວັກຂາດຕອນ. ທ່ານປະທານາທິບໍດີລັດເຊຍ Vladimir Putin ສະແດງຄວາມຫວັງຕໍ່ເລື່ອງເຊັນບົດບັນທຶກຊ່ວຍຈຳ ກ່ຽວກັບການພັດທະນາການພົວພັນດ້ານເສດຖະກິດ ແລະ ການຄ້າລະຫວ່າງສອງປະເທດ.

ສ່ວນທ່ານປະະທານາທິບໍດີຕວກກີ Recep Tayyip Erdogan ໄດ້ສະແດງຄວາມຫວັງຕໍ່ການເລີ່ມຕົ້ນໜ້າໃໝ່ ໃນການພົວພັນສອງຝ່າຍ, ທ່ານກໍ່ປາດຖະໜາວ່າ ການກໍ່ສ້າງໂຮງງານໄຟຟ້ານິວເຄຼຍ Akkuyu ຢູ່ແຂວງ Mersin ທາງພາກໃຕ້ຕວກກີ ໃນປີ 2018  ໂດຍກຸ່ມບໍລິສັດພະລັງງານປະລະມານູແຫ່ງຊາດລັດເຊຍ Rosatom ຈະສຳເລັດຕາມແຜນການ.

ຕອບກັບ

ຂ່າວ/ບົດ​ອື່ນ