ຕວກກີ, ອີຣັກ ຊຸກຍູ້ການຮ່ວມມືຕ້ານການກໍ່ການຮ້າຍ

(VOVWORLD) - ວັນທີ 03 ມັງກອນ, ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan ໃຫ້ຮູ້ວ່າ Ankara ແລະ Baghdad ຈະເພີ່ມທະວີການຮ່ວມມືຕ້ານການກໍ່ການຮ້າຍ ພາຍຫລັງບັນດາຄວາມເຄັ່ງຕຶງ 2 ຝ່າຍທີ່ກ່ຽວຂ້ອງເຖິງການເຄື່ອນໄຫວບຸກໂຈມຕີທາງອາກາດຂອງ ຕວກກີ ທີ່ເລັ່ງໃສ່ກຳລັງນັກຮົບຊາວ Kurd ຢູ່ ອີຣັກ.
ຕວກກີ, ອີຣັກ ຊຸກຍູ້ການຮ່ວມມືຕ້ານການກໍ່ການຮ້າຍ - ảnh 1 ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan (ພາບ: THX/TTXVN )

ກ່າວຄຳເຫັນທີ່ການຖະແຫຼງຂ່າວກັບຄູ່ຕຳແໜ່ງ ອີຣັກ Barham Saleh ຢູ່ Ankara, ທ່ານປະທານາທິບໍດີ Erdogan ໃສ່ໃຈວ່າ ປັດຈຸບັນ ໄພນາບຂູ່ໄດ້ປະກົດອອກຫລາຍຢ່າງຕໍ່ ຕວກກີ ແລະ ອີຣັກ ຈາກອົງການ IS, ບັນດາມືປືນຊາວ Kurd ໂດຍ ອາເມລິກາ ໜູນຫລັງ, ເຊິ່ງ Ankara ຖືວ່າ ແມ່ນກຸ່ມກໍ່ການຮ້າຍ ແລະ ແມ່ນກຸ່ມຢືນຢູ່ເບື້ອງຫລັງການເຮັດລັດຖະປະຫານຖືກປະລາໄຊຢູ່ ຕວກກີ ເມື່ອປີ 2016.

        ສ່ວນທ່ານປະທານາທິບໍດີ ອີຣັກ Barham Saleh ໄດ້ຢືນຢັນຄວາມປາດຖະໜາວ່າ ຈະສ້າງການຮ່ວມມືແທດຈິງ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດກັບ ຕວກກີ. ທ່ານ Barham Saleh ໄດ້ເນັ້ນໜັກສິ່ງດັ່ງກ່າວວ່າ ຈະນຳມາເຊິ່ງຜົນປະໂຫຍດ ບໍ່ພຽງແຕ່ໃຫ້ 2 ປະເທດເທົ່ານັ້ນ ຫາກຍັງໃຫ້ທົ່ວທັງພາກພື້ນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ