ຕວກກີນຳທະຫານຂ້າມຊາຍແດນເຂົ້າອີຣັກເພື່ອຂັບໄລ່PKK

ຕວກກີນຳທະຫານຂ້າມຊາຍແດນເຂົ້າອີຣັກເພື່ອຂັບໄລ່PKK - ảnh 1
(ພາບປະກອບ: AFP/TTXVN)

(vovworld) – ວັນ​ທີ 08/09, ຕວກກີ ຢັ້ງຢືນ​ວ່າ ບັນດາ​ກຳລັງ​ທະຫານ​ບົກ​ພິ​ເສດ​ຂອງ​ປະ​ເທດ​ນີ້ ​ໄດ້​ຂ້າມຊາຍ​ແດນ​ເຂົ້າ​ເຂດ​ພາກ​ເໜືອ​ອີຣັກ ​ເພື່ອ​ຂັບ​ໄລ່​ບັນດາ​ມືປືນ​ຂຶ້ບກັນ​ພັກ​ກຳມະ​ກອນ​ຊາວ Kurd (PKK). ການ​ກະທຳ​ດັ່ງກ່າວ​ຖືກ​ດຳ​ເນີນ​ໄປ ພາຍຫຼັງ​ມີ​ບັນດາ​ການ​ບຸກ​ໂຈມ​ຕີ​ທີ່​ນອງ​ເລືອດ​ແນ​ໃສ່​ບັນດາ​ກຳລັງປ້ອງ​ກັນ​ຄວາມ​ສະຫງົບ​ຕວກກີ ຕື່ມ​ອີກ, ​ແຕ່​ວ່າ ​ເລື່ອງ​ນ​ຳທະຫານ​ຂ້າມ​​ຊາຍ​ແດນຈະ​ບໍ່​ແກ່​ຍາວ. ບັນດາ​ແຫຼ່ງຂ່າວ​ຈາກ​ລັດຖະບານ​ຕວກຕີ ​ເນັ້ນ​ໜັກ​ວ່າ, ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ນີ້​ໄດ້​ຂ້າມ​​ຊາຍ​ແດນ ​ເພື່ອ​ຂັບ​​ໂລ່​ບັນດາ​ມື​ປືນ PKK, ທີ່​ດຳ​ເນີ​ນບັນດາ​ການ​ບຸກ​ໂຈມຕີ​ອັນ​ນອງ​ເລືອດ​ໃນ​ໄລຍະ​ມໍ່​ໆ​ມາ​ນີ້. Ankara ຊີ້​ແຈ້ງວ່າ, ນີ້​ພຽງ​ແມ່ນ​ມາດ​ຕະການ​ໄລຍະ​ສັ້ນ​ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ບັນດາ​ມື​ປືນ PKK ​ແລ່​ນໜີ.

ຂ່າວ/ບົດ​ອື່ນ