ຕວກກີຢັ້ງຢືນຜູ້ຖືກສົງໄສກ່ຽວຂ້ອງເຖິງເຫດການກໍ່ການຮ້າຍຢູ່ຝລັ່ງ ໜີໄປຊີຣີ

ຕວກກີຢັ້ງຢືນຜູ້ຖືກສົງໄສກ່ຽວຂ້ອງເຖິງເຫດການກໍ່ການຮ້າຍຢູ່ຝລັ່ງ ໜີໄປຊີຣີ - ảnh 1
Hayat Boumeddiene, ​​ເມ​ຍຂອງ Amedy Coulibaly
(ພາບ: hanoimoi.com.vn)


(vovworld) – ວັນ​ທີ 12/01, ຕວກກີ ຢັ້ງຢືນ​ວ່າ Hayat Boumeddiene, ​​ເມ​ຍຂອງ Amedy Coulibaly, ຜູ້​ກໍ່​ການ​ຮ້າຍ​ລອບຈັບ​ຕົວ​ປະກັນ​ຢູ່​ປາຣີ, ປະ​ເທດ​ຝລັ່ງ ​ໃນ​ອາທິດ​ຜ່ານ​ມາ ​ໄດ້​ຜ່ານ​ແດນ​ຢູ່​ຕວກກີ ​​ໄປ​ຍັງ​ຊີຣີ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ລັດຖະມົນຕີ​ການຕ່າງປະ​ເທດ​ຕວກກີ Mevlut Cavusoglu ​ໃຫ້​ຮູ້​ວ່າ, Boumeddiene ອາຍຸ 26 ປີ, ​ໄດ້​ໄປ​ເຖິງ​ຕວກກີ ​ໃນ​ວັນ​ທີ 02/01 ​ແລະ ​​ພັກ​ອາ​ໄສ​ຢູ່​ໂຮງ​ແຮມ​ຢູ່​ອິດສຕານ​ບູນ. ຕໍ່​ຈາກ​ນັ້ນ, ວັນ​ທີ 08/01, ກ່ອນທີ່ Coulibaly ດຳ​ເນີນ​ການ​ລອບຈັບ​ຕົວປະກັນ ​ແລະ ຖືກ​ຍິງ​ຕາຍ​ຢູ່​ຮ້ານ​ຄ້າ​​ແຫ່ງ​ໜຶ່ງຢູ່​ປາຣີ 1 ວັນ, Boumeddiene ​ໄດ້​ໜີ​ໄປ​ຊີຣີ. ​ແຕ່​ວ່າ, ປະຈຸ​ບັນ​ຍັງ​ບໍ່​ທັນ​ຮູ້​ບົດບາດ​ຂອງ Boumeddiene ​ໃນ​ບັນດາ​ເຫດການ​ກໍ່​ການ​ຮ້າຍ​ທີ່​ນອງ​ເລືອດຢູ່​ປາຣີ ​ເທື່ອ.

ຂ່າວ/ບົດ​ອື່ນ