ຕວກກີຢືນຢັນການຮ່ວມມືກັບເຢຍລະມັນເພື່ອສະກັດກັ້ນຂະບວນຄົນອົບພະຍົບຢ່າງຜິດກົດໝາຍ

ຕວກກີຢືນຢັນການຮ່ວມມືກັບເຢຍລະມັນເພື່ອສະກັດກັ້ນຂະບວນຄົນອົບພະຍົບຢ່າງຜິດກົດໝາຍ - ảnh 1
(ພາບປະກອບ: reuters)

(vovworld) – ຕວກກີ​ ຢືນຢັນ​ການຮ່ວມ​ມື​ກັບ​ເຢຍລະ​ມັນ​ເພື່ອ​ສະກັດ​ກັ້ນຂະ​ບວນ​ຄົນ​ອົບ​ພະຍົບຢ່າງ​ຜິດ​ກົດ​ໝາຍ, ຄຳ​ຖະ​ແຫຼງດັ່ງກ່າວ​ເຊິ່ງທ່ານ​ນາຍົກລັດຖະມົນຕີຕວກຕີ Ahmet Davutoglu ຍົກ​ອອກ​ມາ ທີ່​ການ​ປະຊຸມ​ຂ່າວ​ຮ່ວມ​ກັບ​ທ່ານ​ນາງ​ນາຍົກລັດຖະມົນຕີ​ເຢຍລະ​ມັນ Angela Merkel, ​ໃນວັນ​ທີ 18/10, ຢູ່ ອິດ​ສຕານ​ບູນ. ທ່ານ Davutoglu ກໍ​ເນັ້ນ​ໜັກ​ວ່າ, ວິ​ກິດ​ການ​ນີ້ ຈະ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ ​ຖ​້າຫາ​ກບໍ່​ມີ​ມາດ​ຕະການ​ໃຫ້​ແກ່ການ​ປະ​ທະ​ກັນ​ຢູ່​ຊີຣີ. ທ່ານ​ນາຍົກລັດຖະມົນຕີ Davutoglu ກ່າວ​ເຕືອນວ່າ, ການ​ປະ​ທະ​ກັນ​ທີ່​ນັບ​ມື້​ນັບ​ຮ້າຍ​ແຮງ​ລະຫວ່າງ​ກຳລັງ​ຂອງລັດຖະບານ​ຊີຣີ, ພາຍ​ໃຕ້ການ​ໜູນ​ຊ່ວຍຈາກ​ບັນດາ​ການ​ບຸກ​​ໂຈມ​ຕີ​ທາງ​ອາກາດ​ຂອງ​ລັດ​ເຊ​ຍ ​ແລະ ພວກ​ກະບົດ​ຂອງ​ອົງການ​ລັດ​ອິດ​ສລາມ IS ອ້າງ​ຊື່​ເອງ ຈະ​​ກໍ​ໃຫ້​ເກີດການ​ອົບ​ພະຍົບ​ຄັ້ງໃໝ່. ທ່ານ​ສະ​ເໜີ​ຕ້ອງ​ສ້າງ​ຕັ້ງ​ເຂດ​ປອດ​ໄພ​ຢູ່​ທາງ​ພາກ​ເໜືອ​ຊີຣີ ຖ້າ​ຫາກ​ສະກັດ​ກັ້ນ​ຄົນ​ອົບ​ພະຍົບ.

      ສ່ວນ​ທ່ານ​ນາງ​ນາຍົກ​ລັດຖະມົນຕີ  Angela Merkel ​ເນັ້ນ​ໜັກ​ວ່າ, ​ເລື່ອງ​ບໍ່​ສາມາດ​ຄວບ​ຄຸມ​ຂະ​ບວນຄົນ​ອົບ​ພະຍົບ​ໄດ້ນັ້​ນ ​ເຮັດ​ໃຫ້ EU ​ແລະ ຕວກກີ ​ເວົ້າ​ລວມ, ກໍ​ຄື​ເຢຍລະ​ມັນ​ ເວົ້າສະ​ເພາະ, ຕ້ອງ​ຮ່ວມ​ມື​ກັນ​ຢ່າງ​​ແໜ້ນ​ແຟ້ນກວ່າໃນ​ຫຼາຍ​ບັນຫາ.

ຂ່າວ/ບົດ​ອື່ນ