ຕວກກີສິ້ນສຸດວຽກງານກອບກູ້ເອົາຊີວິດຂອງກຳມະກອນບໍ່ແຮ່ໃນເຫດລະເບີດ

ຕວກກີສິ້ນສຸດວຽກງານກອບກູ້ເອົາຊີວິດຂອງກຳມະກອນບໍ່ແຮ່ໃນເຫດລະເບີດ - ảnh 1
ກຳມະກອນ​ບໍ​ແຮ່ຄົນໜຶ່ງໄດ້ຮັບການກອບກູ້ຊີວິດ
(ພາບ: Reuters)

(vovworld)- ວັນ​ທີ 17/5, ລັດຖະມົນຕີກະຊວງພະລັງງານ​ຕວກກີ Taner YildiZ ປະກາດ​ວ່າ​ວຽກ​ງານ​ກອບ​ກູ້​ເອົາຊີ​ວິດຂອງ​ກຳມະກອນ​ບໍ່​ແຮ່​ໃນ​ເຫດ​ລະ​ເບີດ​ເມື່ອ​ວັນ​ທີ 13/5 ຢູ່​ເທດສະບານ​ເມືອງ Soma ​ໄດ້​ຢຸດຕິ​ລົງ. ຈຳນວນ​ກຳມະກອນ​ບໍ​ແຮ່ຖືກ​ເສຍ​ຊີວິດ​ແມ່ນ​ຂຶ້ນ​ເຖິງ 301 ຄົນ. ລັດຖະມົນຕີກະຊວງ ພະລັງງານ​ຕວກກີ Taner YildiZ​ໃຫ້​ຮູ້​ວ່າ ກ່ອນ​ໜ້າ​ນັ້ນ​ໃນ​ມື້​ດຽວ​ກັນ, ​ໄດ້​ເກີດ​ເຫດ​ອັກຄີ​ໄພ​ຢູ່​ທາງ​ນອກ​ສະຖານ​ທີ່​ເກີດ​ເຫດ​ລະ​ເບີດ, ຊຶ່ງ​ເປັນ​ການ​ກີດຂວາງ​ທຸກ​ຄວາມ​ມານະ​ພະຍາຍາມ​ຊອກ​ຄົ້ນ​ຫາ​ຊາກ​ສົບ​ຂອງ​ຜູ້​ເສ​ຍຊີວິດ​ຖືກ​ຕິດ​ຄ້າງ​​ໃຕ້​ດິນ. ​ເຫດ​ລະ​ເບີດຢູ່​ເທດສະບານ​ເມືອງ Soma ​ແມ່ນ​ກໍລະນີ​ມີ​ຈຳນວນ​ຜູ້​ຮັບ​ເຄາະ​ຮ້າຍ​ຫຼາຍ​ກ່ວາ​ໝູ່​ໃນ​ປະຫວັດສາດ​ຂອງ​ຂະ​ແໜງຂຸດ​ຄົ້ນບໍແຮ່ຢູ່​ຕວກກີ ຊຶ່ງ​ແມ່ນ​ແຫ່ງ​ມີ ​ກຳມະກອນ​ບໍ​ແຮ່​ເຖິງ 48.000 ຄົນ​ເຮ​ັດວຽກ​ຢູ່ບໍ່​ແຮ່ 740 ​ແຫ່ງ.

  

ຂ່າວ/ບົດ​ອື່ນ