ຕວຽນກວາງ ຕ້ອງກຳນົດທິດທີ່ຕັ້ງໃໝ່ຂອງແຂວງໃນແຜນທີ່ພັດທະນາແຫ່ງຊາດ

(VOVWORLD) - ການພັດທະນາເສດຖະກິດຢ່າງວ່ອງໄວ, ຍືນຍົງແມ່ນໜ້າທີ່ຈຸດສຸມ, ລຸລ່ວງ, ແມ່ນພື້ນຖານດ້ານວັດຖຸເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນ
ຕວຽນກວາງ ຕ້ອງກຳນົດທິດທີ່ຕັ້ງໃໝ່ຂອງແຂວງໃນແຜນທີ່ພັດທະນາແຫ່ງຊາດ - ảnh 1(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ)

    ຕວຽນກວາງ ຕ້ອງກຳນົດທິດທີ່ຕັ້ງໃໝ່ຂອງແຂວງໃນແຜນທີ່ພັດທະນາແຫ່ງຊາດ, ດ້ວຍຍຸດທະສາດພັດທະນາເສດຖະກິດ - ສັງຄົມສັງລວມຕາມທິດມີແບບມີແຜນ, ມີວິທະຍາສາດ ແລະ ມີວິໄສທັດທີ່ຍາວໄກ. ນີ້ແມ່ນຄຳຊີ້ນຳຂອງທ່ານເລຂາທິການໃຫຍ່ ໂຕເລິມ ທີ່ການເຮັດວຽກກັບຄະນະປະຈຳພັກແຂວງ ຕວຽນກວາງ ໃນຕອນບ່າຍວັນທີ 14 ສິງຫາ, ຢູ່ ຕວຽນກວາງ.

        ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ, ການພັດທະນາເສດຖະກິດຢ່າງວ່ອງໄວ, ຍືນຍົງແມ່ນໜ້າທີ່ຈຸດສຸມ, ລຸລ່ວງ, ແມ່ນພື້ນຖານດ້ານວັດຖຸເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ສະນັ້ນ, ແຂວງ ຕວຽນກວາງ ໃໝ່ (ໂດຍໂຮມແຂວງ ຕວຽນກວາງ ແລະ ຮ່າຢາງ ເຂົ້າກັນ) ຕ້ອງສ້າງຍຸດທະສາດພັດທະນາເສດຖະກິດ - ສັງຄົມສັງລວມຕາມທິດມີແບບມີແຜນ, ມີວິທະຍາສາດ ແລະ ວິໄສທັດທີ່ຍາວໄກ, ເອົາໃຈໃສ່ພັດທະນາເສດຖະກິດຕາມທິດເຕີບໂຕສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດດີຈີຕອນ, ອີງໃສ່ພື້ນຖານວິທະຍາສາດ - ເຕັກໂນໂລຊີ ແລະ ນະວັດຕະກຳ. ທ່ານກໍ່ຮຽກຮ້ອງໃຫ້ແຂວງຕ້ອງນຳຂະແໜງທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ, ສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ, ເປັນມືອາຊີບ, ມີກຳລັງແກ່ງແຍ້ງສູງ

ຕອບກັບ

ຂ່າວ/ບົດ​ອື່ນ