ຕ້ອງ​ມີ​ບັນ​ດານະ​ໂຍ​ບາຍ​ຊີ້​ຂາດ​ຢ່າງ​ທັນ​ການ ເພື່ອ​ຟື້ນ​ຟູ ພ​ື້ນ​ຖານ​ເສດ​ຖະ​ກິດ

(VOVWORLD) - ໃນຊຸມເດືອນທ້າຍປີ 2022 ແລະ ຕົ້ນປີ 2023 ແມ່ນໄລຍະທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດສຳລັບປະເທດຊາດ. ສະມາຊິກສະພາແຫ່ງຊາດຫຼາຍທ່ານຖືວ່າ ເພື່ອບັນລຸໄດ້ເປົ້າໝາຍພັດທະນາໃນໄລຍະຈະມາເຖິງ, ຕ້ອງມີຄວາມຕັດສິນໃຈຢ່າງສູງ, ສຸມໃສ່ຕິດຕາມສະພາບການເສດຖະກິພາຍໃນປະເທດ ແລະ ໃນໂລກຢ່າງໃກ້ຊິດ ເພື່ອມີມາດຕະການ, ນະໂຍບາຍຢ່າງເປັນເຈົ້າການ ແລະ ທັນການ.
ຕ້ອງ​ມີ​ບັນ​ດານະ​ໂຍ​ບາຍ​ຊີ້​ຂາດ​ຢ່າງ​ທັນ​ການ ເພື່ອ​ຟື້ນ​ຟູ ພ​ື້ນ​ຖານ​ເສດ​ຖະ​ກິດ - ảnh 1ທ່ານ ຮວ່າງດຶກຖັງ, ສະມາຊິກສະພາແຫ່ງຊາດ ແຂວງກວ໋າງຈິ ກ່າວຄຳເຫັນທີ່ວາລະປຶກສາຫາລື (ພາບ: quochoi.vn)

ໃນການປຶກສາຫາລືບົດລາຍງານຂອງລັດຖະບານກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ຂອງວາລະປະຊຸມຕອນບ່າຍວັນທີ 31 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ໄດ້ໃຫ້ຂໍ້ສັງເກດວ່າ ໃນຊຸມເດືອນທ້າຍປີ 2022 ແລະ ຕົ້ນປີ 2023 ແມ່ນໄລຍະທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດສຳລັບປະເທດຊາດ. ສະມາຊິກສະພາແຫ່ງຊາດຫຼາຍທ່ານຖືວ່າ ເພື່ອບັນລຸໄດ້ເປົ້າໝາຍພັດທະນາໃນໄລຍະຈະມາເຖິງ, ຕ້ອງມີຄວາມຕັດສິນໃຈຢ່າງສູງ, ສຸມໃສ່ຕິດຕາມສະພາບການເສດຖະກິພາຍໃນປະເທດ ແລະ ໃນໂລກຢ່າງໃກ້ຊິດ ເພື່ອມີມາດຕະການ, ນະໂຍບາຍຢ່າງເປັນເຈົ້າການ ແລະ ທັນການ. ພິເສດ, ເອົາໃຈໃສ່ເປັນພິເສດເຖິງການປັບປຸງ, ເພີ່ມທະວີພື້ນຖານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້. ພ້ອມດຽວກັນນັ້ນ, ສືບຕໍ່ຍົກສູງກຳລັງຄວາມສາມາດ, ລັກສະນະເປັນເຈົ້າພື້ນຖານເສດຖະກິດ, ຊ້ຳບໍ່ໜຳ ຕ້ອງມີບັນດາມາດຕະການທີ່ຮີບດ່ວນ, ແບບບໍ່ເຄີຍມີມາກ່ອນ ເພື່ອໜູນຊ່ວຍລະບົບວິສາຫະກິດ… ທ່ານ ຮວ່າງດຶກຖັງ, ສະມາຊິກສະພາແຫ່ງຊາດ ແຂວງກວ໋າງຈິ ຖືວ່າ:

        “ວິສາຫະກິດ ໄດ້ຮັບຖືວ່າເປັນກະດູກສັນຫຼັງຂອງພື້ນຖານເສດຖະກິດ. ວິສາຫະກິດພັດທະນາ, ປະເທດຈຶ່ງຈະເລີນຮຸ່ງເຮືອງ. ດັ່ງນັ້ນ, ໃນໄລຍະຈະມາເຖິງ, ສະເໜີໃຫ້ ລັດຖະບານ ຈົ່ງສຸມທຸກແຫຼ່ງກຳລັງ, ພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ສ້າງສະພາບແວດລ້ອມ, ເງື່ອນໄຂດີທີ່ສຸດເພື່ອຟື້ນຟູ, ພັດທະນາເສດຖະກິດ. ກ່ອນອື່ນໝົດ, ຕ້ອງສຳຫຼວດກວດຄືນ, ແກ້ໄຂບັນດາສິ່ງກີດຂວາງກ່ຽວກັບລະບອບລະບຽບການ. ໄປຄຽງຄູ່ກັນນັ້ນ ແມ່ນເຮັດໃຫ້ກະແສເງິນສິນເຊື່ອເຄື່ອນໄຫວຢ່າງລຸລ່ວງ, ປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມລົງທຶນດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ວິສາຫະກິດຢ່າງສຸດຂີດ”.

 

 

ຕອບກັບ

ຂ່າວ/ບົດ​ອື່ນ