ຕ້ອງສ້າງຕັ້ງອົງການ ສະເພາະກິດລົງໂທດ ອາດຊະຍາກຳ ສໍ້ລາດບັງຫຼວງເປັນເອກະລາດ

ຕ້ອງສ້າງຕັ້ງອົງການ ສະເພາະກິດລົງໂທດ ອາດຊະຍາກຳ ສໍ້ລາດບັງຫຼວງເປັນເອກະລາດ - ảnh 1

(ພາບ:xaluan.com)

(vovworld)-​​​​ ຕອນ​ບ່າຍວັນ​ທີ 4/9, ​ໃນ​ຂອບ​ເຂດ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງທີ 9, ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ພິຈາລະນາ​ຮ່າງ​ບົດ​ລາຍ​ງານ​ຂອງ​ຄະນະ​ຕິດຕາມ​ກວດກາ ສັງກັດ​ກຳມາ​ທິການ​ດັ່ງ​ກ່າວ ກ່ຽວ​ກັບ​ການ “ປະຕິບັດ​ກົດໝາຍ​ໃນ​ການລົງ​ໂທດ​ອາດຊະຍາ​ກຳ​ສໍ້​ລາດ​ບັງ​ຫຼວງ ​ແລະ ຕຳ​ແໜ່​ງ“. ຈຸດປະສົງ​ຂອງຄະນະ​ຕິດຕາມ​ກວດກາ ​ແມ່ນ​ເພື່ອ​ແນ​ໃສ່​ຕີ​ລາຄາ​ສະພາບການ ສໍ້​ລາດ​ບັງ​ຫຼວງ​ໂດຍ​ລະອຽດ, ວຽກ​ງານ​ຄົ້ນພົບ ​ແລະ ລົງ​ໂທດ​ອາດຊະຍາ​ກຳ​ສໍ້​ລາດ​ບັງ​ຫຼວງ ​ແລະ ຕຳ​ແໜ່​ງ ພ້ອມ​ທັງ​ເຮັດ​​ແຈ້ງ​ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ໃນ​ໜ້າ​ທີ່​ນີ້. ​ໃນ​ການ​ລາຍ​ງານ​ອະພິປາຍ​ທີ່​ວາລະ​ປະຊຸມ, ທ່ານ​ຫງວຽນ​ຫາຍ​ຟອງ, ຮອງ​ຫົວໜ້າ​ອົງການ​ໄອ​ຍະ​ການ ປຊຊ ສູງ​ສຸດ​ສະ​ເໜີ​ວ່າ ຕ້ອງຄົ້ນຄ້ວາ​ສ້າງຕັ້ງອົງການ​ສະ​ເພາະ​ກິດ​ເພື່ອ​ປະຕິບັດ​ພາລະ​ໜ້າ​ທີ່​ດັ່ງກ່າວ. ຄຳ​ເຫັນ​ຂອງ​ຜູ້​ແທນ​ຫຼາຍ​ທ່ານ​ກໍ່​ສະ​ເໜີ​ໃຫ້​ສ້າງຕັ້ງອົງການ​ສະ​ເພາະ​ກິດ, ​​ເປັນເອກະລາດ​​ໃນ​ການ​ສືບສວນ, ລົງ​ໂທດ​ອາດຊະຍາ​ກຳ​ສໍ້​ລາດ​ບັງ​ຫຼວງ ​ແລະ ຕຳ​ແໜ່​ງ, ບໍ່​ຖືກ​ຜົນ​ກະທົບ, ​ແຊກ​ແຊງ​ໃນ​ວຽກ​ງານຂອງ​ຕົນ​ເພື່ອ​ຮັບປະກັນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ອາດຊະຍາ​​ໃຫ້​ບັນລຸ​ປະສິດທິ​ຜົນ​ສູງ.

 

ຂ່າວ/ບົດ​ອື່ນ