ຕ້ອງແກ້ໄຂການຂັດແຍ້ງໂດຍສັນຕິວິທີ

ຕ້ອງແກ້ໄຂການຂັດແຍ້ງໂດຍສັນຕິວິທີ - ảnh 1
ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ອາເມລິກາ
(ພາບ: Vietnam+)


(vovworld) - ວັ​ນ​ທີ 02/04, ຢູ່​ມະ​ຫາ​ວິ​ທະ​ຍ​າ​ໄລ Harvard, ນ​ະ​ຄອນ Boston, ລັດ Massachusetts, ປະ​ເທດ​ອາ​ເມ​ລິ​ກາ ໄດ້​ຈັດ​ກອງ​ປ​ະ​ຊຸມ​ສຳ​ມະ​ນາ “ບັນ​ດາ​ການ​ກະ​ທຳ​​ນຳ​ໃຊ້​ການ​ທະ​ຫານ​ຢູ່ທະ​ເລ​ຕາ​ເວັນ​ອອກ​ ແລະ ບັນ​ດາ​ຜົ​ນ​ຮ້າຍ” ໂດຍ​ສະ​ມາ​ຄົມ​ນັກ​ສຶກ​ສາ ແລະ ສາດ​ສະ​ດາ​ຈ​ານ​ຫວຽດ​ນາມ ​ອາ​ໄສ​ຢູ່​ອາ​ເມ​ລິ​ກາ ຈັດ​ຕັ້ງ , ເພື່​ອ​ແນ​ໃສ່​ຢືນ​ຢັນ​ທິດ​ທາງ​ແກ້​ໄຂ​ການ​ຂັດ​ແຍ້ງ​​ໂດຍ​ສັ​ນ​ຕິ​ວິ​ທີ, ອີງ​ໃສ່​ກົດ​ໝາຍ​ສາ​ກົນ. ກອງ​ປະ​ຊຸມ​ສຳ​ມະ​ນາ​​ໂດຍ​ມີການ​ເຂົ້າ​ຮ່ວມ​ຂອງ​ບັນ​ດ​າ​ນັກ​ຊ່ຽວ​ຊານ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ​ຂອ​ງ​ອາ​ເມ​ລິ​ກາ. ທິ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ນັກ​ປາຖະ​ກະ​ຖາ ໄດ້​ຕີ​ລາ​ຄາ​ບັນ​ດາ​ບັນ​ຫາການ​ເມືອງ​ໃນ​ປະ​ຈຸ​ບັ​ນ​ຢູ່​ພາກ​ພື້​ນ, ພ້ອ​ມ​ທັງ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ສາ​ມາ​ດ​ອາດ​ຈະ​ເກີດ​ຂຶ້ນ​ໃນ​ອະ​ນາ​ຄົດ​ອັນ​ໃກ້ໆ​ນີ້. ລະ​ອຽດ​ແມ່ນ, ບັນ​ດາ​ບົດ​​ປະ​ກອບ​ຄວາມ​ເຫັນ​ໄດ້​ສຸມ​ໃສ່​ໄຈ​້​ແຍກ​ປະ​ຫວັດ​​ຄວາມ​ເປັນ​ມາ​ຂອງ​ບັນ​ດາ​ການ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສະ​ພາບ​ນຳ​ໃຊ້​ການ​ທະ​ຫານ​ຢູ່​ເຂດ​ທະ​ເລ​ນີ້, ບັນ​ດາ​ປະ​ຕິ​ກິ​ລິ​ຍາ​ຂອງ​ປະ​ເທດ​ທີ່​ກ່​ຽ​ວຂ້ອງ… ຈຸດ​ລວມ​ຂອງ​ບັນ​ດາ​ບົດ​ປະ​ກອບ​ຄວາມ​ເຫັນ​ລ້ວນ​ແຕ່​ເນັ້ນ​ໜັກ​ເຖິງ​ເລື່ອງ​ຕ້ອງ​ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວ​ັນ​ອອກ​ໂດຍ​ສັ​ນ​ຕິ​ວິ​ທີ, ອີງ​ໃສ່​ກົດ​ໝາຍ​ສາ​ກົນ. ກ່ຽວ​ກັບ​ບົດ​ບາດ​ຂອງ​ອາ​ເມ​ລິ​ກາ ໃນ​ການ​ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ​ຄວາມ​ສະ​ຫງົບ​ປອດ​ໄພໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ມີນັກ​ຊ່​ຽວ​ຊານ​ບາງ​ທ່ານ​ໄດ້​ເນັ້ນ​ໜັ​ກວ່າ, ອາ​ເມ​ລິ​ກາ ຄວນ ແລະ ຈຳ​ເປັນ​ຕ້ອງ​ຮັກ​ສາ​ການ​ມີ​ໜ້າ​ຢູ່​ເຂດນີ້.

ຂ່າວ/ບົດ​ອື່ນ