ຕອນຄ່ຳວັນທີ 18 ສິງຫາ: ມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ 8.800 ຄົນ ແລະ ຜູ້ໄດ້ຮັບການປິ່ນປົວຫາຍດີ 3.751 ຄົນ

(VOVWORLD) -ນັບແຕ່ເວລາ 6 ໂມງ ຂອງວັນທີ 17 ສິງຫາ ຫາ ເວລາ 18 ໂມງຂອງວັນທີ 18 ສິງຫາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 8.800 ຄົນ
ຕອນຄ່ຳວັນທີ 18 ສິງຫາ: ມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ 8.800 ຄົນ ແລະ ຜູ້ໄດ້ຮັບການປິ່ນປົວຫາຍດີ 3.751 ຄົນ - ảnh 1ການວັດອຸນຫະພູມຮ່າງກາຍ

    ກະຊວງສາທາລະນະສຸກຫວຽດນາມໃຫ້ຮູ້ວ່າ : ນັບແຕ່ເວລາ 6 ໂມງ ຂອງວັນທີ 17 ສິງຫາ ຫາ ເວລາ 18 ໂມງຂອງວັນທີ 18 ສິງຫາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 8.800 ຄົນ. ໃນນັ້ນ, ນະຄອນໂຮ່ຈິມິນມີຜູ້ຕິດເຊື້ອຫຼາຍກ່ວາໝູ່ ດ້ວຍ 3.731 ກໍລະນີ, ຖັດມາແມ່ນແຂວງບີງເຢືອງ 2.513 ກໍລະນີ, ຮ່າໂນ້ຍ 46 ກໍລະນີ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີໃນມື້ ແມ່ນ 3.751 ກໍລະນີ

     ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 302.101 ຄົນ, ໃນນັ້ນ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ຂຶ້ນເຖິງ 115.059  ຄົນ. 

   ປະຈຸບັນ, ມີ 6 ໃນຈຳນວນ 62 ແຂວງ, ນະຄອນຢູ່ຫວຽດນາມ ໄດ້ຜ່ານ 14 ວັນ ຊຶ່ງບໍ່ມີກໍລະນີຕິດເຊື້ອໃໝ່ຢູ່ພາຍໃນປະເທດ, ນັ້ນແມ່ນ ກວາງນິງ, ບັກກ້ານ, ຕວຽນກວາງ, ລາຍເຈົາ, ຮ່ວາບີງ ແລະ ຫາຍຟ່ອງ.  

ຕອບກັບ

ຂ່າວ/ບົດ​ອື່ນ