ຕ້ອນຮັບບຸນປີໃໝ່ລາວຢູ່ຮ່າໂນ້ຍ

(vovworld) –  ຕອນ​ຄຳ່​ວັນ​ທີ 8/4, ຢູ່​ຮ່າ​ໂນ້ຍ, ສະຖານທູດ​ ສປປ. ລາວ ປະຈຳ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ບຸນປີ​ໃໝ່​ (ພສ 2559).

ຕ້ອນຮັບບຸນປີໃໝ່ລາວຢູ່ຮ່າໂນ້ຍ - ảnh 1
ທ່ານ ທອງ​ສະຫວັນ ພົມວິຫານ, ​ເອກ​ອັກຄະ​ລັດຖະທູ​ດ ສປປ ລາວ

ປະຈຳ ຫວຽດນາມ ກ່າວຄຳເຫັນໄຂພິທີ

        ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ ດິງ​ເທ໋ຮີ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ, ທ່ານ​ນາງ ຕ່ອງທິຟ໋ອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ທ່ານ ຟ້າ​ມບີ່​ງມິ​ງ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ​ນາງ ດັ້ງ​ທິງ​ອກທິ້ງ, ກຳມະການ​ສູນ​ກາງ​ພັກ, ຮອງ​ປະທານ​ປະ​ເທດ, ບັນດາ​ພະນັກງານ​ອາ​ສຸ​​ໂສ, ທະຫານ​ອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ​ການ​ທະ​ຫານ ຫວຽດນາມ ​ໄດ້​ຊ່ວຍ​ເຫຼືອ​ການ​ປະ​ຕິ​ວັດລາວ, ຜູ້ຕາງ​ໜ້າ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ, ບັນດາ​ອົງການຈັດ​ຕັ້ງ​ມະຫາຊົນຂັ້ນ ສູນ​ກາງ ​ແລະ ທ​້ອງຖິ່ນ​ຂອງ ຫວຽດນາມ. ​ໃນ​ບົດ​ກ່າວ​ປາ​ໄສ​ໄຂ​ພິທີ, ທ່ານ ທອງ​ສະຫວັນ ພົມວິຫານ, ​ເອກ​ອັກຄະ​ລັດຖະທູ​ດ ສປປ ລາວ ປະຈຳ ຫວຽດນາມ, ​ເນັ້ນ​ໜັກ​ວ່າ:

​ເທບ ທ່ານ ທອງ​ສະຫວັນ ພົມວິຫານ

ຕ້ອນຮັບບຸນປີໃໝ່ລາວຢູ່ຮ່າໂນ້ຍ - ảnh 2
ທ່ານ​ນາງ ຕ່ອງ​ທິຟ໋ອງ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​
ສະພາ​ແຫ່ງ​ຊາດ ຫວຽດນາມ

        ​ໂດຍ​ຕາງໜ້າ​ໃຫ້​ພັກ, ລັດ, ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ, ທ່ານ​ນາງ ຕ່ອງ​ທິຟ໋ອງ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້ສົ່ງ​ຄຳ​ອວຍພອນ​ປີ​ໃໝ່​ອັນ​ດີງາມ​ເຖິງ​ການ​ນຳ​ພັກ, ລັດ, ລັດຖະບານ ​ແລະ ປະຊາຊົນ​ລາວ​ບັນ​ດາ​​ເຜົ່າ, ພ້ອມ​ທັງ​ຢັ້ງຢືນ​ວ່າ:

        “ພັກ​ກອມ​ມູມິດ ຫວຽດນາມ, ລັດ ຫວຽດນາມ ​ແລະ ປະຊາຊົນ ຫວຽດນາມ ໝັ້ນ​ໝາຍ​ພ້ອມ​ກັບ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະ ປະຊາຊົນ​ລາວ ບັນ​ດາ​ເຜົ່າ​ອ້າຍ​ນ້​ອງຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກຄີ​ມິດຕະພາບ​​ແບບ​ພິ​ເສດ, ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ບັນລຸໝາກຜົນ​ອັນ​ແທ​ດຈິງ, ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ພ້ອມ​ທັງ​ປະກອບສ່ວນຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ວັດ​ທະນາ​ຖາວອນຢູ່​ພາກ​ພື້ນ ​ແລະ ​ຢູ່​ໃນ​ໂລກ.”

    ພາຍຫລັງ​ພິທີບາສີສູ່ຂວັນ,​ແຂກ​ຖືກ​ເຊີນ​ໄດ້ພ້ອມກັນ​ຮັບປະທານອາຫານແລະ​ຮ່ວມຟ້ອນລຳວົງດ້ວຍຄວາມເບີກບານມ່ວນຊື່ນງານບຸນຕ້ອນຮັບປີໃໝ່ໄດ້ສິ້ນສຸດລົງໃນທຳນອງເພງພື້ນເມືອງທີ່ເຂັ້ມຂົ້ນ ໄປດ້ວຍສີສັນຂອງປະເທດລ້ານຊ້າງ.

 


ຂ່າວ/ບົດ​ອື່ນ