ຕອນເຊົ້າ ວັນທີ 30 ເມສາ ຢູ່ນະຄອນໂຮ່ຈີມິນ, ໄດ້ດຳເນີນພິທີເດີນຂະບວນສວນສະໜາມສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025)
(VOVWORLD) -ພິທີສະເຫຼີມສະຫຼອງໂດຍຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ; ສະພາແຫ່ງຊາດ; ປະທານປະເທດ; ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງຢ່າງສົມກຽດ.
ພິທີເດີນຂະບວນສວນສະໜາມສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດ ເປັນເອກະພາບ |
ຕອນເຊົ້າວັນທີ 30 ເມສານີ້, ຢູ່ນະຄອນໂຮ່ຈິມິນ, ໄດ້ດຳເນີນພິທີເດີນຂະບວນສວນສະໜາມສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດ ເປັນເອກະພາບ(30 ເມສາ 1975 – 30 ເມສາ 2025). ພິທີສະເຫຼີມສະຫຼອງໂດຍຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ; ສະພາແຫ່ງຊາດ; ປະທານປະເທດ; ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງຢ່າງສົມກຽດ.
ເຂົ້າຮ່ວມມີການນຳຂັ້ນສູງຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດຫວຽດນາມ; ບັນດານັກປະຕິວັດຜູ້ອາວຸໂສ, ແມ່ຫວຽດນາມວິລະຊົນ, ນັກວິລະຊົນ ກຳລັງປະກອບອາວຸດປະຊາຊົນ, ວິລະຊົນແຮງງານ, ນາຍທະຫານ, ຜູ້ຕາງໜ້າບັນດາອົງການຈັດຕັ້ງການເມືອງ, ມະຫາຊົນ, ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ຄະນະຜູ້ແທນການນໍາຂັ້ນສູງຂອງບາງປະເທດ; ຜູ້ຕາງໜ້າບັນດາສະຖານທູດ, ອົງການຜູ້ຕາງໜ້າ, ບັນດາອົງການຈັດຕັ້ງສາກົນຢູ່ຫວຽດນາມ; ເພື່ອນມິດສາກົນຫລາຍຄົນໄດ້ສະໜັບສະໜູນຊາວຫວຽດນາມ ໃນການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາປະເທດຊາດ.
ລາຍການສິລະປະຈະດຳເນີນດ້ວຍການສະແດງຕີກອງ, ຟ້ອນປືນລວມກັບດົນຕີດຸລິຍາງ ແລະລາຍການສະແດງສິລະປະ |
ຕາມລາຍການ, ແຕ່ເວລາ 6 ໂມງ 25 ນາທີ, ລາຍການສິລະປະຈະດຳເນີນດ້
ວຍການສະແດງຕີກອງ, ຟ້ອນປືນລວມກັບດົນຕີດຸລິຍາງ, ແລະລາຍການສະແດງສິລະປະ.
ໃນເວລາ 7 ໂມງແມ່ນລາຍການສະເຫຼີມສະຫຼອງ, ເລີ່ມຕົ້ນດ້ວຍພິທີເຄົາລົບທຸງຊາດ. ໃນຂະນະນັ້ນ, ຢູ່ທ່າກຳປັ່ນ ແບກດັ່ງ, ກໍຍິງປືນໃຫຍ່ 21 ນັດໃນທ່າງກາງການບັນເລັງເພງຊາດ. ຕໍ່ຈາກນັ້ນ, ບັນດາຜູ້ແທນການນຳພັກ ແລະ ລັດ ຂຶ້ນກ່າວສູນທອນພົດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ.
ຮອດເວລາ 8 ໂມງ, ການເດີນຂະບວນສວນສະໜາມຈະເລີ່ມຂຶ້ນຢ່າງເປັນທາງການດ້ວຍການເປີດສາກໂດຍລາຍການສະແດງຂອງກອງເຮືອຮົບຂອງກອງທັບອາກາດປະຊາຊົນຫວຽດນາມ .
ການເດີນຂະບວນ ສວນສະໜາມຄັ້ງນີ້ ມີຜູ້ເຂົ້າຮ່ວມປະມານ 13.000 ຄົນ, ແບ່ງອອກເປັນ 23 ກ້ອນກຳລັງກອງທັບ, 3 ກ້ອນກຳລັງທະຫານລາດປ້ອງກັນຕົວ, 12 ກ້ອນກຳລັງຕຳຫຼວດ , 12 ກ້ອນກຳລັງມະຫາຊົນ ແລະ 3 ກ້ອນກຳລັງຂອງກອງທັບ ສປ ຈີນ ລາວ ແລະ ກຳປູເຈຍ. ບັນດາກ້ອນກຳລັງໄດ້ເລີ່ມເຄື່ອນຈາກຖະໜົນເລຢວນ, ຜ່ານເວທີໃຫຍ່ຕໍ່ໜ້າຫໍປະຊຸມທົງເຍິດ(ເມືອງ 1, ນະຄອນໂຮ່ຈິມິນ), ແລ້ວເດີນໄປຕາມຖະໜົນຫົນທາງສາຍຕ່າງໆທີ່ນະຄອນໂຮ່ຈິມິນ.
ຖັນແຖວພະນັກງານເຕັກນິກວິທະຍຸກະຈາຍສຽງ ຫວຽດນາມ ກຽມພ້ອມດຳເນີນການຖ່າຍທອດສົດ |
ລາຍການສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບໄດ້
ຮັບການຖ່າຍທອດສົດຜ່ານຊ່ອງຕ່າງໆຂອງວິທະຍຸກະຈາຍສຽງຫວຽດນາມ: VOV1, VOV2, VOV3, ໜັງສືພິມເອເລັກໂຕນິກ VOV.VN, VTC News, ເວັບໄຊ vovworld.vn...