ຕອບບຸນແທນຄຸນບັນດາ ນັກຮົບທີ່ເສຍສະຫຼະຊີວິດ ເພື່ອຊາດ, ຄອບຄົວ ນະໂຍບາຍ

ຕອບບຸນແທນຄຸນບັນດາ ນັກຮົບທີ່ເສຍສະຫຼະຊີວິດ ເພື່ອຊາດ, ຄອບຄົວ ນະໂຍບາຍ - ảnh 1
(ພາບປະກອບ)

(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 39 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ທາງ​ພາກ​ໃຕ້​ຢ່າງ​ສົມບູນ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ວັນ​ທີ 01/05, ຢູ່​ຕາ​​ແສງ ຫ່ວາ​ຟອງ, ​ເມືອງ​ໄຕ​ຫ່ວາ, ​ແຂວງ ຟຸອຽນ, ກອງ​ທຶນ​ກຸສົນສັງຄົມ​ສາຍໃຈ​ຄຳ (ຂຶ້ນ​ກັບ​ສະຫະພັນໃຫຍ່​ແຮງ​ງານ​ຫວຽດນາມ) ​ແລະ ສະຫະພັນ​ແຮງ​ງານ​ແຂວງ​ຟຸອຽນ ​ໄດ້​ຈັດ​ພິທີ​ມອບ​ເງິນ​ໜູນ​ຊ່ວຍ​​ໃຫ້ຍາດຕິ​ພີ​ນ້ອງ​ຄອບຄົວນັກຮົບ​ທີ່​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດໃນ​ບັ້ນ​ຮົບຢູ່​ເກາະເຈື່ອງ​ຊາ ​ເມື່ອ​ປີ 1988. ບັນດາຍາດຕິ​ພີ​ນ້ອງ​ຈະ​ໄດ້​ຮັບ​ຈຳນວນ​ເງິນ 5 ລ້ານ​ດົງ. ຈຳນວນ​ເງິນ​ດັ່ງກ່າວ​ຊ່ວຍ​ໃຫ້​ບັນດາ​ຄອບຄົວນັກຮົບ​ທີ່​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ມີ​ເງື່ອນ​ໄຂ​ສ້ອມ​ແປ່​ງ​ເຮືອນ​ຢູ່, ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ເປັນ​ປົກກະຕິ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ການ​ນຳ​ແຂວງ ຈ່າ​ວິ​ງ ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ບັນດາ​ຄອບຄົວ​ນະ​ໂຍບາຍ​ດີ​ເດັ່ນ​ຢູ່​ເຂດ​ຖານ​ທີ່​ໝັ້ນຂອງ​ຄະນະ​ພັກ​ແຂວງ​ຈ່າ​ວິ​ງ ​ໃນ​ຊຸມ​ເດືອນ​ປີ​ແຫ່ງ​ການຕໍ່​ສູ້​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ, ຢູ່​ຕາ​ແສງ ຫງາ້ຍຮຸ່ງ, ​ເມືອງ​ຕຽວ​ເກີນ. ຢູ່​ທີ່​ນີ້, ການ​ນຳ​ແຂວງ​ຈ່າ​ວິ​ງ ​ໄດ້​ພົບ​ປະ, ມອບ​ຂອງຂວັນ​ໃຫ້​ 106 ຄອບຄົວ​ນະ​ໂຍບາຍ​ທີ່​ມີ​ຄຸນງາມຄວາມດີ​ໃນ​ການລ້ຽງດູ,  ປົກ​ປ້ອງ​ພະນັກງານ​ການ​ນຳຄະນະ​ພັກ​ແຂວງ​ຈ່າ​ວິ​ງ ​ໃນ​ຕະຫຼອດ​ຊຸມ​ປີ​​ແຫ່ງ​ການ​ຕໍ່ຕ້ານ.

ຂ່າວ/ບົດ​ອື່ນ