ຕອບສະຫນອງວັນໂລກມີຄວາມຮັບຮູ້ກ່ຽວກັບອາການautism

ຕອບສະຫນອງວັນໂລກມີຄວາມຮັບຮູ້ກ່ຽວກັບອາການautism - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາພະ​ຍາດ autism
ພາບ:baotintuc

(vovworld)- ວັນ​ທີ 2/4 ສ​ປ​ຊ ເລືອກ​ເຟັ້ນ​ແມ່ນ​ວັນ​ໂລກ​ມີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ອາ​ການ​​ເປັນautism
ດ້ວຍ​ຄຳ​ເຕືອນ​ບັນ​ດາ​ປະ​ເທດ​ເພີ່ມ​ທະ​ວີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ພະ​ຍາດນີ້. ໃນ​ວັນ​ດຽວ​ກັນ, ຢູ່ ຮ່າ​ໂນ້ຍ ເດັກ​ນ້ອຍເປັນ​
autism ​ນັບ​ຮ້ອຍໆ​ຄົນ​ໃນ​ທົ່ວ​ປະ​ເທດ ພ້ອມ​ກັນ​ເຂົ້າ​ຮ່ວມ​ວັນ​ບຸນ​ກິ​ລາ​ໄມ​ຕິ​ຈິດ​ສະ​ຫງວນ​ໃຫ້​ແກ່​ເດັກ​ເປັນ
autism.  ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ພວກ​ນ້ອງ​ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະ​ນາ​ຍາດ. ປະ​ຈຸ​ບັນ ຢູ່ ຫວຽດ​ນາມ ມີ​ປະ​ມານ 200.000 ຄົນເປັນautism ແລະ ອັດ​ຕ​າ​ສ່ວນ​ຜູ້​ຕິດ​ໃຫມ່​ພວມ​ມີ​ສັນ​ຍານ​ເພີ່ມ​ຂຶ້ນ.

ກ່ອນ​ຫນ້າ​ນັ້ນ, ວັນ​ທີ 1 /4, ເຄື​ອ​ຂ່າຍ ຜູ້​ເປັນautism ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ອົງ​ການ​ພັດ​ທະ​ນາ​ຄົນ​ພິ​ການ ອາ​ຊີ ປາ​ຊີ​ຟີກ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “autism- ສະ​ພາບ​ຕົວ​ຈິງ ແລະ ສິ່ງ​ທ້າ​ທາຍ”. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ນາງ ຮ່​ວາງ​ບີກງອກ, ປະ​ທານ​ເຄືອ​ຂ່າຍ​ຜູ້​ ເປັນ autism​ຢູ່​ຫວຽດ​ນາມ ຖື​ວ່າ:

        “ຜູ້​​ເປັນ​autism ກໍ​ຄື​ຄົນ​ພິ​ການ​ຢູ່​ຫວຽດ​ນາມ ​ລ້ວນ​ແຕ່​ຢາກ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ພວກ​ເຮົາ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ຊີ​ວິດ​ຢ່າງ​ສະ​ເໝີ​ພາບ, ມີ​ສິດ​ໄດ້​ຮັບ​ຄວາມ​ເຄົາ​ລົບ, ຄວາມ​ຮັກ​ແພງ ຄື​ດັ່ງ​ຄົນ​ທຳ​ມະ​ດາ.”

 

ຂ່າວ/ບົດ​ອື່ນ