ຕອບສະໜອງ “ວັນອາຊຽນຕ້ານ ໄຂ້ເລືອດອອກຄັ້ງທີ່ 2”

ຕອບສະໜອງ “ວັນອາຊຽນຕ້ານ ໄຂ້ເລືອດອອກຄັ້ງທີ່ 2” - ảnh 1

ໂລກໄຂ້​ເລືອດ​ອອກ ​ແລະ ​ບັນດາ​ການ​ທ້າ​ທາຍ

(ພາບ: omron-yte.com.vn)

( vovworld ) – ຕອນ​ເຊົ້າ​ຂອງ​ວັນ​ທີ່ 6 ມີ​ຖຸນາ, ຢູ່​ທີ່ ​ເທສະ​ບານ ກາຍ​ເລິ​ຍ , ​ເມືອງ ກາຍ​ເລີຍ, ​ແຂວງ ຕຽນ​ຢ່າງ ​ໄດ້​ຈັດ​ຕ້ັງ ພິທີ​ປຸກລະດົມ​ການ​ຕອບ​ສະໜອງ “ວັນ​ອາ​ຊຽນຕ້ານ​ໄຂ້​ເລືອດ​ອອກ​ຄັ້ງ​ທີ່ 2” ​ໂດຍ​ມີ​ການ​ເຂົ້່າຮ່ວມ​ຂອງ​ປະຊາຊົນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ຕໍ່ໜ້າ​ໄພ​ແຜ່​ລະບາດ​ຂອງ​​ໄຂ້​ເລືອດ​ອອກ​ໃນ​ໄລຍະ​ທີ່​ຜ່ານ​ມາ​ມີ​ການ​ຜັນ​ແປ​ຢ່າງ​ສັບສົນ ​​ໃນ​ບໍລິ​ເວນ​ທ່ົວ​​ໂລກ ​ໃນ​ນັ້ນ​ມີ ຫວຽດນາມ, ນັບ​ແຕ່ ປີ 2011, ບັນດາ​ປະ​ເທດ ອາ​ຊຽນ ​ໄດ້​ເປັນ​ເອກະພາບ ​ເລືອກ​ເອົາ​ວັນ​ທີ 15 ​ເດືອນ ມິຖຸນາ ​ເປັນ​ “ວັນ​ອາ​ຊຽນຕ້ານ​ໄຂ້​ເລືອດ​ອອກ​ຄັ້ງ​ທີ່ 2”  ຂອງ​ບັນດາ​ປະ​ເທດ​ອາ​ຊຽນ. ທີ່​ພິທີ ປຸກ​ລະດົມ, ທ່ານ​ນາງ ​ເຈິ​ນ ກິມ ມ່າຍ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ ​ແຂວງ ຕຽນ​ຢ່າງ, ​ໄດ້​ຮຽກຮ້ອງ​ໃຫ້​ທຸກ​ຂັ້ນ, ທຸກຂະ​ແໜງ​ການ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ ຕັ້ງໜ້າ​ຕອບ​ສະໜອງ ຂະ​ບວນການ “ວັນ​ອາ​ຊຽນຕ້ານ​ໄຂ້​ເລືອດ​ອອກ​ຄັ້ງ​ທີ່ 2” ດ້ວຍ​ບັນດາ​ວຽກ​ງານ​ທີ່​ແທດ​ຈິງ.

 

 

 

 

ຂ່າວ/ບົດ​ອື່ນ