ຕອບສະໜອງວັນໂລກຄວບຄຸມ HIV/AIDS

ຕອບສະໜອງວັນໂລກຄວບຄຸມ HIV/AIDS - ảnh 1

ຕອບ​ສະໜອງ​ວັນ​ໂລກ​ຄວບ​ຄຸມ HIV/AIDS
(ພາບ: .google.com.vn)

​(vovworld) - ຕອນ​ເຊົ້າ​ວັນ​ທີ 1/12, ຢູ່ ຮ່າ​ໂນ້ຍ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ​້ຍ ​ແລະ ຄະນະ​ຊີ້​ນຳ​ຄວບ​ຄຸມ HIV, ​ໄພ​ຢາ​ເສບ​ຕິດ, ​ໂສ​ເພນີ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມ ຕອບ​ສະໜອງ​ເດືອນ​ກະທຳຄວບ​ຄຸມ HIV/AIDS ​ແຫ່ງ​ຊາດ ດ້ວຍ​ຫົວ​ຂໍ້​ວ່າ ” ມຸ້ງ​ໄປ​ເຖິງ​ສະພາບ​ບໍ່​ມີ​ຜູ້​ຕິດ​ຢາ​ເສບ​ຕິດ​​ຄົນໃໝ່ອີກ” ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ​ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ຮຽກຮ້ອງ​ໃຫ້​ອຳນາດ​ການ​ປົກຄອງ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ, ອົງການ​ຈັດ​ຕັ້ງ​ສັງຄົມ​ທຸກ​ຂັ້ນ ​ແລະ ປະຊາຊົນ​ສືບ​ຕໍ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການຄວບ​ຄຸມ HIV/AIDS. ພ້ອມ​ທັງ​ເພີ່ມ​ທະວີ​ການ​ບໍລິການ​ເບິ່ງ​ແຍງ​ດູ​ແລ, ປິ່ນປົວ ​ແລະ ຄວບ​ຄຸມ​ສະພາບ​ຕິດ​ແປດ HIV.

”ຄວນ​ສ້າງ​ຂະ​ບວນການ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ​ໃນ​ໝູ່​ມະຫາຊົນ, ມີ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ທັງ​ລະບົບ​ການ​ເມືອງ ​ແລະ ທົ່ວປວງ​ຊົນ​ໃນ​ການຄວບ​ຄຸມ HIV/AIDS. ຕ້ອງ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້ຜູ້​ຕິດ​ເຊື້ອ HIV ​ແລະ ຜູ້​ມີ​ໄພ​ຕິດ​ເຊື້ອ HIV ງ່າຍ ​ໄດ້​ສຳ​ພັດ​ກັບ​ການ​ບໍລິການ​ປ້ອງ​ກັນ, ​ເບິ່ງ​ແຍງ​ດູ​ແລ, ໜູນ​ຊ່ວຍ ​ແລະ ປິ່ນປົວ. ສິ່ງ​ດັ່ງກ່າວ​ຈະ​​ເຮັດ​ໃຫ້ໄພ​ຕິດ​ເຊື້ອ​ໃນ​ວົງ​ຄະນາ​ຍາດ​ຫຼຸດ​ລົງ”

​ໃນ​ໂອກາດ​ນີ້, ການ​ນຳ​ບັນດາ​ແຂວງ, ນະຄອນ​ຢູ່ຫຼາຍ​ທ້ອງ​ຖີ່​ນ​ໃນ​ທົ່ວ​ປະ​ເທດ​ໄດ້​ຮຽກຮ້ອງ​ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ ພ້ອມ​ກັນ​ຕອບ​ສະໜອງ ​ແລະ ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມບັນດາ​ການ​ເຄື່ອນ​ໄຫວ​​ຄວບ​ຄຸມ HIV/AIDS ຢ່າງ​ຕັ້ງໜ້າ.

ຂ່າວ/ບົດ​ອື່ນ