ຕະຫຼາດສົ່ງອອກ 4ແຫ່ງຂອງຫວຽດນາມບັນລຸກ່ວາ 10 ຕື້USDໃນປີ2015

ຕະຫຼາດສົ່ງອອກ 4ແຫ່ງຂອງຫວຽດນາມບັນລຸກ່ວາ 10 ຕື້USDໃນປີ2015 - ảnh 1
ພາບ​ປະ​ກອບ

(vovworld) – ​ ​​​​​​​​ຕາມ​ການ​ສະ​ຖ​ິ​ຕິ​ຂອງ​ກົມ​ໃຫຍ່​ພາ​ສີ​​ແລ້​ວ: ອາ​ເມ​ລິ​ກາ ສືບ​ຕໍ່​ແມ່ນ​ຕະຫຼາດ​ນຳ​ເຂົ້າ​ສິນ​ຄ້າຂອງ ຫວຽດ​ນາມ ຫຼາຍ​ທີ່​ສຸດ​ດ້ວຍ​ຍອດ​ມູນ​ຄ່າ​ບັນ​ລຸ​ເກືອບ 35 ຕື້ USD. ຈາກນັ້ນ​ແມ່ນ ຈີນ, ຍີ່​ປຸ່ນ, ສ. ເກົາຫຼີ. ດ້ວຍຍອດ​ວົ​ງ​ເງິນ​ບັນ​ລຸ​ກ່​ວາ 78 ຕື້ USD, ຕະຫຼາ​ດ​ໃຫຍ່ 4 ​ແຫ່ງ​ດັ່ງ​ກ່າວ​ໄດ້​ປະ​ກອບ​ເກືອບ 49% ເຂົ້າ​ຍອດ​ມູນ​ຄ່າ​ວົງ​ເງິນ​ສົ່ງ​ອອກ​ຂອງ ຫວຽດ​ນາມ.

        ເມື່ອ​ສັງ​ເກດ​ກ່ຽວ​ກັບ​ລະ​ດັບ​ການ​ເຕີບ​ໂຕ​​ໃນ​ການ​ສົ່ງ​ອອກ​ແລ້ວ, ສິນ​ຄ້າຂອງ ຫວຽດ​ນາມ, ສ. ເກົາຫຼີ ແມ່ນ​ຕະຫຼາດ​​ທີ່ມີ​ລະ​ດັບ​​ເຕີບ​ໂຕ​ສ​ູງ​ສຸດ, ບັນ​ລຸ​ກ່​ວາ 27% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ຖັກຈາກນັ້ນ​ແມ່ນ​ ຈີນ, ອ​າ​ເມ​ລິ​ກາ, ຍີ່​ປຸ່ນ.


ຂ່າວ/ບົດ​ອື່ນ