ຕະຫຼາດອະສັງຫາລິມະຊັບຫວຽດນາມ ຕ້ອງພັດທະນາ ແລະ ເຊື່ອມໂຍງເຂົ້າກັບຕະຫຼາດສາກົນຢ່າງເລິກເຊິ່ງກວ່າ

ຕະຫຼາດອະສັງຫາລິມະຊັບຫວຽດນາມ ຕ້ອງພັດທະນາ ແລະ ເຊື່ອມໂຍງເຂົ້າກັບຕະຫຼາດສາກົນຢ່າງເລິກເຊິ່ງກວ່າ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​
​ລັ່ນ​ຄ້ອງ​ເລີ່​ມ​ເປີດ​ວາລະ​ແລກປ່ຽນ​ຄາ​ຂາຍ​ອະສັງຫາ​ລິ​ມະ​ຊັບ)


(vovworld) – ຕອນ​ເຊົ້າ​ວັນ​ທີ 24/02, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ລັ່ນ​ຄ້ອງ​ເລີ່​ມ​ເປີດ​ວາລະ​ແລກປ່ຽນ​ຄາ​ຂາຍ​ອະສັງຫາ​ລິ​ມະ​ຊັບ ຕົ້ນ​ລະດູບານ​ໃໝ່ ປີ​ມະ​ແມ 2015 ຢູ່ພະ​ແນກ​ແລກປ່ຽນ​ອະ​ສັງຫາ​ລິ​ມະ​ຊັບຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ປາດ​ຖະໜາ​ວ່າ, ຕະຫຼາດ​​ອະ​ສັງຫາ​ລິ​ມະ​ຊັບຕ້ອງ​ແກ້​​ໄຂ​ບັນດາ​ຄວາມ​ຈຳກັດ​, ອ່ອນ​ດ້ອຍ​ເພື່ອ​ພັດທະນາ​ຢ່າງ​ເຂັ້ມ​ແຂງ, ມີ​ປະສິດທິ​ຜົນ​ກວ່າ, ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ລວມຂອງ​ປະ​ເທດຊາດ. ທ່ານ​ນາຍົກລັດຖະມົນຕີກໍ່ຕັກ​ເຕື່ອນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ຫວຽດນາມ, ປະທານ​ຄະນະ​ກຳມະການ​ອະ​ສັງຫາ​ລິ​ມະ​ຊັບ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ຕ້ອງ​ສຸມ​ໃສ່​ກວ​ດກາ​ຄືນ, ສ້າງ​ສຳ​ເລັດ​ກອບ​ລະບອບ​ນະ​ໂຍບາຍ​ເພື່ອ​ໃຫ້​ຕະຫຼາດ​ອະ​ສັງຫາ​ລິ​ມະ​ຊັບ​ຫວຽດນາມ ​ເຄື່ອນ​ໄຫວ​ດ້ວຍ​ຄວາມ ກະຈ່າງ​ແຈ້ງ, ມີ​ປະສິດທິ​ຜົນ, ​ເໝາະ​ສົມ​ກັບທຳນຽມສາກົນ ​ເພື່ອ​ລະດົມ​ທຶນ​ໃຫ້​ດີກ​ວ່າ, ມີ​ປະສິດທິ​ຜົນ​ກວ່າ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ສະພາບ​ທີ່​ຫວຽດນາມ ພວມ​ຊຸກຍູ້​ການ​ເຈລະຈາ​ຢ່າງ​ແຮງ ​ແລະ ກ່ຽມພ້ອມ​ການ​ລົງ​ນາມ​ໃນ​ບັນດາ​ເອກະສານ​ສັນຍາ​ການ​ຄ້າ​ເສລີ, ທ່ານ​ນາຍົກລັດຖະມົນຕີ ກໍ່​ຊີ້​ນຳການ​ປະຕິບັດ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ຕະຫຼາດ​ອະ​ສັງຫາ​ລິ​ມະ​ຊັບ​ຄືນ​ໃໝ່ ​ເພື່ອ​​ໃຫ້ຕະຫຼາດ​ພັດທະນາ​ໃນ​ລະດັບ​ສູງ​ກວ່າ, ຄົບ​ຖ້ວນ​ກວ່າ ​ແລະ ​ເຊື່ອມ​​ໂຍງ​ດ້ານ​ເສດຖະກິດ​ເຂົ້າ​ກັບ​ຕະຫຼາດ​ສາກົນ​ຢູ່​ເລິກ​ເຊິ່ງ, ກວ້າງຂວາງ​ກວ່າ.
ຂ່າວ/ບົດ​ອື່ນ