ຕະຫຼາດອາຟລິກາລາຕີນ - ກາລະໂອກາດໃຫ້ແກ່ວິສາຫະກິດຫວຽດນາມ

ຕະຫຼາດອາຟລິກາລາຕີນ - ກາລະໂອກາດໃຫ້ແກ່ວິສາຫະກິດຫວຽດນາມ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ “ຕະຫຼາດ​ອາ​ຟລິ​ກາ​ລາຕີ​ນ
​ກາລະໂອກາດ​ໃຫ້​ແກ່​ວິ​ສາ​ຫະກິດ​ຫວຽດນາມ”
(ພາບ: cand.com.vn)


(vovworld) - ວັນ​ທີ 30/05, ຢູ່​ຮ່າ​ໂນ້ຍ, ກົມ​ສົ່ງ​ເສີມ​ການ​ຄ້າ (ກະຊວງ​ອຸດສາຫະກຳ​ການ​ຄ້າ) ​ໄດ​້ຈັດ​ກອງ​ປະຊຸມ​ສຳ​ມະ​ນາ “ຕະຫຼາດ​ອາ​ຟລິ​ກາ​ລາຕີ​ນ - ​ກາລະໂອກາດ​ໃຫ້​ແກ່​ວິ​ສາ​ຫະກິດ​ຫວຽດນາມ” ​ເພື່ອ​ແນ​ໃສ່​ສະໜອງ​ຂໍ້​ມູນ ກໍ​ຄື​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ກຳ​ໄດ້​ກາລະ​ໂອກາດ, ​ເປີດ​ກວ້າງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຕະຫຼາດ​ທີ່​ມີ​ຄວາມ​ສາມາ​ດບົມຊ້ອນ​ນີ້. ຕາມ​ກົມ​ສົ່ງ​ເສີມ​ການ​ຄ້າ​ແລ້ວ, ຫວຽດນາມ ມີ​ການ​ພົວພັນ​ດ້ານ​ກາ​ນຄ້າ​ກັບ 33 ປະ​ເທດ ​ແລະ ​ເຂດ​ແຄ້ວນ​ໃນ​ເຂດ​ອາ​ຟລິ​ກາ​ລາຕີ​ນ. ປະຈຸ​ບັນ ອາ​ຟລິ​ກາ​ລາຕີ​ນ ພວມ​ແມ່ນ​ແຫ່ຼງສະໜອງ​ບັນດາ​ຜະລິດ​ຕະພັນ​ສຳ​ຄັນ​ໃຫ້​ຕະຫຼາດ​ໂລກຄື​: ນ້ຳຕານ, ຢຸກຢາ, ນ້ຳມັນ​ດິບ, ກາ​ກາວ, ກາ​ເຟ... ຄຽງ​ຂ້າງ​ນັ້ນ, ນີ້​ກໍ​ແມ່ນ​ຕະຫຼາດ​ທີ່​ມີ​ຄວາມ​ຕ້ອງການ​ຢ່າງ​ໃຫຍ່​ຫຼວງ​ກ່ຽວ​ກັບ​ອຸປະ​ກອນ, ​ເຄື່ອງ​ຈັກ, ພາຫະ​ນະ​ຂົງສົ່ງ... ​ເພາະສະ​ເນັ້ນ, ອາ​ຟລິ​ກາ​ລາຕີ​ນມີ​ຄວາມ​ສາມາດ​ບົມຊ້ອນ​ຢ່າງ​ໃຫຍ່​ຫຼວງ ​ເພື່ອ​​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽ​ດນາມ ​ເປີດກວ້າງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ. ​ແຕ່​ຕາມ​ການ​ຕີ​ລາຄາ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ຄຽງ​ຂ້າງ​ບັນດາ​ຄວາມ​ສະດວກ, ຍັງ​ມີ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ສຳລັບ​ວິ​ສາ​ຫະກິດ​ ​ເມື່​ອ​ແຊກ​ຊືມ​ເຂົ້າ​ໃນ​ຕະຫຼາດ​ໃໝ່​ນີ້. ໜຶ່ງ​ໃນ​ບັນດາ​ບັນຫາ​ທີ່​ພົບ​​ເຫັນນັ້ນ​ແມ່ນ ຄວາມ​ຫ່າງ​ໄກທາງ​ພູມສາດ, ສິ່ງ​ດັ່ງ​ກ່າວ​ເຮັດ​ໃຫ້​​ລາຄາ​ຂົນ​ສົ່ງ​ເພີ່ມ​ຂຶ້ນ, ​ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ສິນຄ​້າຖືກ​ຫລຸດ​ລົງ. ສະ​ນັ້ນ, ກ່ອນ​ທີ່​ລົງທຶນ, ບັນດາ​ວິ​ສາ​ຫະກິດ​ຕ້ອງ​ຊອກ​ຮູ້​​ໃຫ້ແຈ້ງກ່ຽວ​ກັບ​ຕະຫຼາດ, ກົນ​​ໄກນະ​ໂຍບາຍ ກໍ​ຄື​ບັນດາ​ບັນຫາ​ສັງຄົມ.

ຂ່າວ/ບົດ​ອື່ນ