ຕາ​ລີ​ບານ ຈະນຳ​ໃຊ້​ລັດ​ຖະ​ທຳ​ມະ​ນູນລາ​ຊາ​ທິ​ປະ​ໄຕ​ໂດຍ​ຊົ່ວ​ຄາວ ແລະ ມອບ​ສິດ​ໃຫ້​ແກ່​ແມ່​ຍິງ

(VOVWORLD) -ຜູ້ຮັກສາການລັດຖະມົນຕີກະຊວງຍຸຕິທຳຂອງອຳນາດການປົກຄອງ ຕາລີບານ ໃຫ້ຮູ້ວ່າ ຈະນຳໃຊ້ເອກະສານສະບັບນີ້ໃນໄລຍະສັ້ນໆ, ແຕ່ເຖິງຢ່າງໃດກໍຕາມ ບໍ່ວ່າມາດຕາໃດທີ່ລະບຸໃນເອກະສານສະບັບນີ້ ຖ້າຫາກໄປຝືນກັບ ກົດໝາຍອິດສະລາມ ນິກາຍ Sharia ແລະ ບັນດາຫຼັກການຂອງປະເທດແຫ່ງ ອິດສະລາມນີ້ ກໍຈະຖືກຍົກເລີກ.
ຕາ​ລີ​ບານ ຈະນຳ​ໃຊ້​ລັດ​ຖະ​ທຳ​ມະ​ນູນລາ​ຊາ​ທິ​ປະ​ໄຕ​ໂດຍ​ຊົ່ວ​ຄາວ ແລະ ມອບ​ສິດ​ໃຫ້​ແກ່​ແມ່​ຍິງ - ảnh 1ແມ່ຍິງ ອາບການິດສະຖານໃນຊຸດ Burqa (ພາບ: AFP/TTXVN)

ວັນທີ 28 ກັນຍາ, ອຳນາດການປົກຄອງ ຕາລີບານ ຢູ່ ອາບການິດສະຖານ ໃຫ້ຮູ້ວ່າ ຈະນຳໃຊ້ລັດຖະທຳມະນູນປີ 1964 ເຊິ່ງເປັນເອກະສານສະບັບທຳອິດທີ່ມອບສິດເລືອກຕັ້ງໃຫ້ແກ່ແມ່ຍິງ ແລະ ເປີດປະຕູໃຫ້ແກ່ແມ່ຍິງເຂົ້າຮ່ວມການເມືອງຢູ່ປະເທດ ອາຊີໃຕ້ນີ້.

        ທ່ານ Mawlavi Abdul Hakim Sharaee ຜູ້ຮັກສາການລັດຖະມົນຕີກະຊວງຍຸຕິທຳຂອງອຳນາດການປົກຄອງ ຕາລີບານ ໃຫ້ຮູ້ວ່າ ຈະນຳໃຊ້ເອກະສານສະບັບນີ້ໃນໄລຍະສັ້ນໆ, ແຕ່ເຖິງຢ່າງໃດກໍຕາມ ບໍ່ວ່າມາດຕາໃດທີ່ລະບຸໃນເອກະສານສະບັບນີ້ ຖ້າຫາກໄປຝືນກັບ ກົດໝາຍອິດສະລາມ ນິກາຍ Sharia ແລະ ບັນດາຫຼັກການຂອງປະເທດແຫ່ງ ອິດສະລາມນີ້ ກໍຈະຖືກຍົກເລີກ.


ຕອບກັບ

ຂ່າວ/ບົດ​ອື່ນ