ຕາ​ລີ​ບານ ​ບຸກ​ໂຈມ​ຕີ​ອົງ​ການສືບລາຊະການລັບແຫ່​ງ​ຊາດ

(VOVWORLD) -ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 14 ຄົນ ແລະ ຜູ້ໄດ້ຮັບບາດເຈັບ 63 ຄົນ ເມື່ອບັນດາມືປືນ ຕາລີບານບຸກໂຈມຕີຫ້ອງການຂັ້ນແຂວງຂອງ ອົງການສືບລາຊະການລັບ ແຫ່ງຊາດ (NDS) ຢູ່ Aybak, ເມືອງເອກຂອງແຂວງ Samangan, ທາງພາກເໜືອ ອາບການິດສະຖານໃນວັນທີ 13 ກໍລະກົດ.
ຕາ​ລີ​ບານ ​ບຸກ​ໂຈມ​ຕີ​ອົງ​ການສືບລາຊະການລັບແຫ່​ງ​ຊາດ - ảnh 1 ສະຖານທີ່ເກີດເຫດ (ພາບ: AFP/TTXVN)

ໃນຈຳນວນຜູ້ເສຍຊີວິດມີພະນັກງານ NDS  11 ຄົນ, ມີພວກທຳການບຸກຈົມຕີ 3 ຄົນຖືກ  ດັບສູນ. ມີ ສາມັນຊົນ ກ່ວາ 50 ຄົນຖືກຮັບບາດເຈັບ, ໃນນັ້ນສ່ວນຫຼາຍແມ່ນ ແມ່ຍິງ ແລະ ເດັນນ້ອຍ. ນອກຈາກການສູນເສຍທາງດ້ານຊີວິດອີນຊີແລ້ວ, ເຫດວາງລະເບີດຍັງກໍ່ຄວາມເສຍຫາຍຕໍ່ຫ້ອງການອຳນາດການປົກຄອງນະຄອນ ແລະ ອາຄານແຫ່ງຕ່າງໆ. ບັນດາມືປືນຕາລີບານໄດ້ອອກມາຍອມຮັບວ່າ ເປັນຜູ້ດຳເນີນເຫດບຸກໂຈມຕີດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ