ຕາ​ລີ​ບານ ອະ​ນຸ​ຍາດ​ໃຫ້​ບັນ​ດາ​ປະ​ເທດ ສືບ​ຕໍ່​ບັ້ນ​ຍົກ​ຍ້າຍ​ພົນ​ລະ​ເມືອງ ພາຍຫຼັງ​ວັນ​ທີ 31 ສິງ​ຫາ

(VOVWORLD) -ຕາລີບານ ຮັບປະກັນກັບປະມານ 100 ປະເທດວ່າ ຂະບວນການນີ້ຈະສືບຕໍ່ອະນຸຍາດໃຫ້ຊາວຕ່າງປະເທດ ແລະ ບັນດາພົນລະເມືອງ ອາບການິດສະຖານ ທີ່ມີໜັງສືຖືກຕ້ອງຕາມກົດໝາຍປະເທດນີ້ ສາມາດອອກຈາກປະເທດນີ້ຕາມແບບວິທີປອດໄພ ແລະ ເປັນລະບຽບຮຽບຮ້ອຍ ພາຍຫຼັງວັນທີ 31 ສິງຫາ.
ຕາ​ລີ​ບານ ອະ​ນຸ​ຍາດ​ໃຫ້​ບັນ​ດາ​ປະ​ເທດ ສືບ​ຕໍ່​ບັ້ນ​ຍົກ​ຍ້າຍ​ພົນ​ລະ​ເມືອງ ພາຍຫຼັງ​ວັນ​ທີ 31 ສິງ​ຫາ - ảnh 1ກຳລັງທະຫານ ອາເມລິກາ ຊ່ວຍເຫຼືອການຍົກຍ້າຍພົນລະເມືອງອອກຈາກ ອາບການິດສະຖານ (ພາບ: Reuters)

ຕາມຖະແຫຼງການຮ່ວມໂດຍຫຼາຍປະເທດໄດ້ພ້ອມກັນປະກາດໃນວັນທີ 29 ສິງຫາ, ຕາລີບານ ຮັບປະກັນກັບປະມານ 100 ປະເທດວ່າ ຂະບວນການນີ້ຈະສືບຕໍ່ອະນຸຍາດໃຫ້ຊາວຕ່າງປະເທດ ແລະ ບັນດາພົນລະເມືອງ ອາບການິດສະຖານ ທີ່ມີໜັງສືຖືກຕ້ອງຕາມກົດໝາຍປະເທດນີ້ ສາມາດອອກຈາກປະເທດນີ້ຕາມແບບວິທີປອດໄພ ແລະ ເປັນລະບຽບຮຽບຮ້ອຍ ພາຍຫຼັງວັນທີ 31 ສິງຫາ.

ໃນກຸ່ມ 100 ປະເທດນັ້ນ ລວມມີບັນດາປະເທດມະຫາອຳນາດເຊັ່ນ ອາເມລິກາ, ອັງກິດ, ຝລັ່ງ, ເຢຍລະມັນ, ອົດສະຕາລີ, ຍີ່ປຸ່ນ, ຝລັ່ງ, ແອັດສະປາຍ, ສະຫະພາບເອີຣົບ (ອີຢູ) ແລະ ອົງການສົນທິສັນຍາອັກລັງຕິກເໜືອ (NATO), ແຕ່ບໍ່ລວມມີ ຈີນ ແລະ ລັດເຊຍ.

ກໍໃນວັນທີ 29 ສິງຫາ, ທ່ານ Zabiulla Mujahid ຮັກສາການລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ທັງເປັນ ໂຄສົກ ຕາລີບານ ຖະແຫຼງວ່າ ກຳລັງອິດສະລາມປະກອບອາວຸດນີ້ ຈະມີບັນຊີລາຍຊື່ສະມາຊິກລັດຖະບານໃໝ່ໃນ 2 ອາທິດຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ