ຕາ​ລີ​ບານ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຍົກ​ຍ້າຍ​ພົນ​ລະ​ເມືອງ​ຖື​ກ​ຕ້ອງ​​ຕາມ​ກຳ​ນົດ​ເວ​ລາ

(VOVWORLD) -ການຍົກຍ້າຍພົນລະເມືອງຕ່າງປະເທດອອກຈາກນະຄອນຫຼວງ Kabul ຂອງ ອາບການິດສະຖານ ຕ້ອງໄດ້ປະຕິບັດສຳເລັດກ່ອນທ້າຍເດືອນສິງຫານີ້ ແລະ ຕາລີບານ ບໍ່ເຫັນດີແກ່ຍາວກຳນົດເວລາ 31 ສິງຫາ ເຊິ່ງ ອາເມລິກາ ໄດ້ວາງອອກໃຫ້ແກ່ການຖອນກຳລັງທະຫານອອກຈາກ ອາບການິດສະຖານ. ພ້ອມດຽວກັນນັ້ນ, ທ່ານໂຄສົກກຳລັງ ຕາລີບານ ກໍບໍ່ສົ່ງເສີມຕໍ່ເລື່ອງພົນລະເມືອງ ອາບການິດສະຖານ ທີ່ໄດ້ຮັບການບຳລຸງສ້າງ ອອກຈາກປະເທດນີ້ ອີກດ້ວຍ.
ຕາ​ລີ​ບານ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຍົກ​ຍ້າຍ​ພົນ​ລະ​ເມືອງ​ຖື​ກ​ຕ້ອງ​​ຕາມ​ກຳ​ນົດ​ເວ​ລາ - ảnh 1ການຍົກຍ້າຍພົນລະເມືອງຕ່າງປະເທດອອກຈາກນະຄອນຫຼວງ Kabul ຂອງ ອາບການິດສະຖານ ຕ້ອງໄດ້ປະຕິບັດສຳເລັດກ່ອນທ້າຍເດືອນສິງຫານີ້ (ພາບ: TTXVN)

ກ່າວຄຳປາໄສໃນການປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 24 ສິງຫາ, ທ່ານໂຄສົກ ຕາລີບານ Zabihullah Mujahid ໄດ້ຊີ້ແຈ້ງວ່າ ການຍົກຍ້າຍພົນລະເມືອງຕ່າງປະເທດອອກຈາກນະຄອນຫຼວງ Kabul ຂອງ ອາບການິດສະຖານ ຕ້ອງໄດ້ປະຕິບັດສຳເລັດກ່ອນທ້າຍເດືອນສິງຫານີ້ ແລະ ຕາລີບານ ບໍ່ເຫັນດີແກ່ຍາວກຳນົດເວລາ 31 ສິງຫາ ເຊິ່ງ ອາເມລິກາ ໄດ້ວາງອອກໃຫ້ແກ່ການຖອນກຳລັງທະຫານອອກຈາກ ອາບການິດສະຖານ. ພ້ອມດຽວກັນນັ້ນ, ທ່ານໂຄສົກກຳລັງ ຕາລີບານ ກໍບໍ່ສົ່ງເສີມຕໍ່ເລື່ອງພົນລະເມືອງ ອາບການິດສະຖານ ທີ່ໄດ້ຮັບການບຳລຸງສ້າງ ອອກຈາກປະເທດນີ້ ອີກດ້ວຍ.

        ກໍຢູ່ທີ່ການປະຊຸມຖະແຫຼງຂ່າວ, ທ່ານໂຄສົກກຳລັງ ຕາລີບານ ໃຫ້ຮູ້ວ່າ ຊີວິດການເປັນຢູ່ຂອງປະຊາຊົນໃນທົ່ວດິນແດນ ອາບການິດສະຖານ ໄດ້ກັບຄືນສູ່ສະພາບເປັນປົກກະຕິແລ້ວ, ສະພາບການວຸ້ນວາຍຢູ່ສະໜາມບິນສາກົນ Kabul ແມ່ນຈຸດຮ້ອນເຮັ່ງໜຶ່ງດຽວທີ່ຕ້ອງໄດ້ຮັບການແກ້ໄຂ.

        ກ່ຽວຂ້ອງເຖິງບັນຫານີ້, ວັນທີ 24 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ ໄດ້ເນັ້ນໜັກເຖິງຄວາມຕັດສິນໃຈຈະປະຕິບັດສຳເລັດການເຄື່ອນໄຫວຍົກຍ້າຍພົນລະເມືອງຢູ່ ອາບການິດສະຖານ ກ່ອນວັນທີ 31 ສິງຫາ ເຖິງວ່າ ຄວາມຄືບໜ້າແມ່ນຕ້ອງຂຶ້ນກັບເລື່ອງ ຕາລີບານ ຈະສືບຕໍ່ໃຫ້ການຮ່ວມມື ແລະ ອະນຸຍາດໃຫ້ປະຊາຊົນໄປຍັງສະໜາມບິນຫຼືບໍ. ນັບແຕ່ວັນທີ 14 ສິງຫາ ມານີ້, ອາເມລິກາ ໄດ້ຊ່ວຍຍົກຍ້າຍເກືອບ 71.000 ຄົນອອກຈາກ ອາບການິດສະຖານ.

        ຕໍ່ໜ້າສະພາບການດັ່ງກ່າວ, ວັນທີ 24 ສິງຫາ, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ໄດ້ໂອ້ລົມທາງໂທລະສັບ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ອາບການິດສະຖານ. ກໍໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Seigei Lavrov ໃຫ້ຮູ້ວ່າ ລັດເຊຍ ພ້ອມກັບ ຈີນ, ອາເມລິກາ ແລະ ປາກິດສະຖານ ພ້ອມແລ້ວທີ່ຈະສວມບົດບາດເປັນຄົນກາງໃນການແກ້ໄຂວິກິດການຢູ່ ອາບການິດສະຖານ “ເພື່ອໃຫ້ສະພາບການຢູ່ທີ່ນີ້ບໍ່ກໍ່ໄພນາບຂູ່ໃຫ້ແກ່ພາກພື້ນ”.


ຕອບກັບ

ຂ່າວ/ບົດ​ອື່ນ