ຕາ​ລີ​ບານ ແລະ ບັນ​ດາ​ຜູ້​ຕາງ​ໜ້າ​ສັງ​ຄົມ​ພົນ​ລະ​ເຮືອນ ອາບ​ກາ​ນິດ​ສະ​ຖານ ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ

(VOVWORLD) -ກະຊວງການຕ່າງປະເທດ ນອກແວ ໃຫ້ຮູ້ວ່າ ການເຈລະຈາ ໄດ້ສຸມໃສ່ບັນຫາຮັບປະກັນສິດທິມະນຸດ ແລະ ການໜູນຊ່ວຍດ້ານມະນຸດສະທຳ, ໃນວັນເຮັດວຽກທຳອິດຂອງການ ຈະເຈລະຈາ ຈະສະຫຼະໃຫ້ແກ່ການພົບປະກັບຜູ້ເຄື່ອນໄຫວໃນຂົງເຂດແມ່ຍິງ ແລະ ບັນດານັກຂ່າວ. 
ຕາ​ລີ​ບານ ແລະ ບັນ​ດາ​ຜູ້​ຕາງ​ໜ້າ​ສັງ​ຄົມ​ພົນ​ລະ​ເຮືອນ ອາບ​ກາ​ນິດ​ສະ​ຖານ ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ - ảnh 1ຄະນະຜູ້ແທນ ຕາລີບານ (ພາບ: AFP/TTXVN)

ວັນທີ 23 ມັງກອນ, ຄະນະຜູ້ແທນ ຕາລີບານ ໄດ້ເລີ່ມຕົ້ນການເຈລະຈາກັບບັນດາຜູ້ຕາງໜ້າສັງຄົມພົນລະເຮືອນຂອງ ອາບການິດສະຖານ ຢູ່ນະຄອນຫຼວງ Oslo, ປະເທດນອກແວ. ຄະນະຜູ້ແທນ ຕາລີບານ ໂດຍທ່ານ Amir Khan Muttaqi ລັດຖະມົນຕີກະຊວງການຕ່າງປະເທດ ເປັນຫົວໜ້າຄະນະ, ໂດຍແມ່ນຄະນະຜູ້ແທນທຳອິດຂອງກຳລັງນີ້ ໄປຍັງ ເອີລົບ ນັບແຕ່ເວລາຍາດໄດ້ສິດຄວບຄຸມ ອາບການິດສະຖານໃນ ເດືອນສິງຫາປີ 2021.

ກະຊວງການຕ່າງປະເທດ ນອກແວ ໃຫ້ຮູ້ວ່າ ການເຈລະຈາ ໄດ້ສຸມໃສ່ບັນຫາຮັບປະກັນສິດທິມະນຸດ ແລະ ການໜູນຊ່ວຍດ້ານມະນຸດສະທຳ, ໃນມື້ເຮັດວຽກທຳອິດຂອງການ ຈະເຈລະຈາ ຈະສະຫຼະໃຫ້ແກ່ການພົບປະກັບຜູ້ເຄື່ອນໄຫວໃນຂົງເຂດແມ່ຍິງ ແລະ ບັນດານັກຂ່າວ. 2 ວັນເຮັດວຽກຕໍ່ໄປ, ຕາລີບານຈະມີການພົບປະກັບວົງການເຈົ້າໜ້າທີ່ປະເທດເຈົ້າພາບ, ພ້ອມກັບເຈົ້າໜ້າທີ່ບັນດາປະເທດລວມມີ: ອັງກິດ, ຝລັ່ງ, ເຢຍລະມັນ, ອີຕາລີ, ອາເມລິກາ ແລະ ຜູ້ຕາງໜ້າສະຫະພາບ ເອີລົບ (EU). ຕາມທ່ານລັດຖະມົນຕີການຕ່າງປະເທດ ນອກແວ Anniken Huitfeldt ແລ້ວ, ເຫດການນີ້ບໍ່ໝາຍຄວາມວ່າ ຈະຮັບຮອງເອົາ ຫຼື ຫັນເລື່ອງກຳລັງຕາລີບານກຳອຳນາດຢູ່ອາບການິດສະຖານ ເປັນອັນຖືກຕ້ອງຕາມກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ