ຕາລີບານ ໃຫ້ຄຳໝັ້ນສັນຍາປ້ອງກັນຄວາມສະຫງົບປອດໄພໃຫ້ຄະນະປະຕິບັດງານ ອີຢູ ຢູ່ອາບການິດສະຖານ

(VOVWORLD) - ເລື່ອງຈັດສົ່ງຄະນະປະຕິບັດງານ ອີຢູ ຄືນຈະແມ່ນ “ບາດກ້າວຢ່າງແຮງ, ຕັ້ງໜ້າ ແລະ ພວກຂ້າພະເຈົ້າຊົມເຊີຍເລື່ອງດັ່ງກ່າວ”.
ຕາລີບານ ໃຫ້ຄຳໝັ້ນສັນຍາປ້ອງກັນຄວາມສະຫງົບປອດໄພໃຫ້ຄະນະປະຕິບັດງານ ອີຢູ ຢູ່ອາບການິດສະຖານ - ảnh 1ໂຄສົກກະຊວງການຕ່າງປະເທດຂອງອຳນາດການປົກຄອງ ຕາລີບານ Abdul Qahar Balkhi
(ພາບ: aljazeera.com)

ວັນທີ 25 ຕຸລາ, ອຳນາດການປົກຄອງ ອາບການິດສະຖານ ໂດຍ ຕາລີບານ ນຳພາ ໄດ້ໃຫ້ຄຳໝັ້ນສັນຍາປ້ອງກັນຄວາມສະຫງົບປອດໄພໃຫ້ທຸກຄະນະປະຕິບັດງານຂອງສະຫະພາບເອີລົບ (ອີຢູ) ຢູ່ ກາບູນ, ໃນສະພາບ ບຣຸກແຊນ ພວມຊັ່ງຊາຢ່າງລະມັດລະວັງໃນການກັບຄືນປະເທດນີ້. ທ່ານໂຄສົກກະຊວງການຕ່າງປະເທດຂອງອຳນາດການປົກຄອງ ຕາລີບານ Abdul Qahar Balkhi ໃຫ້ຮູ້ວ່າ ເລື່ອງຈັດສົ່ງຄະນະປະຕິບັດງານ ອີຢູ ຄືນຈະແມ່ນ “ບາດກ້າວຢ່າງແຮງ, ຕັ້ງໜ້າ ແລະ ພວກຂ້າພະເຈົ້າຊົມເຊີຍເລື່ອງດັ່ງກ່າວ”.

        ໃນວັນດຽວກັນ, ລັດເຊຍ ໄດ້ກະຕຸກຊຸກຍູ້ຝ່າຍຕາເວັນຕົກ ເຊື່ອມຕໍ່ການພົບປະກັບອຳນາດການປົກຄອງ ຕາລີບານ, ພ້ອມທັງຮຽກຮ້ອງບັນດາປະເທດຂຶ້ນກັບ ອີຢູ ຈົ່ງເປີດສະຖານທູດຂອງປະເທດຕົນ ປະຈຳ ອາບການິດສະຖານ ຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ