ຕາ​ລີ​ບານ​ປະ​ຕິ​ເສດ​ຂໍ້​ຕົກ​ລົງ​ນຳສະ​ໜາມ​ບິນ ກັບ​ກາ​ຕາ ແລະ ຕວັກ​ກີ ເຂົ້າ​ສູ່​ການ​ເຄື່ອນ​ໄຫວ

(VOVWORLD) -ກ່ອນໜ້ານ້ັນ, ວັນທີ 23 ທັນວາ, ສຳນັກຂ່າວສານ Anadolu ຂອງຕວັກກີ ໄດ້ລົງຂ່າວວ່າ ປະເທດນີ້ ແລະ ກາຕາ ບັນລຸໄດ້ຂໍ້ຕົກລົງກັບ ຕາລີບານ ກ່ຽວກັບການຄຸ້ມຄອງ ແລະ ເຄື່ອນໄຫວ  ສະໜາມບິນຢູ່ ອາບການິດສະຖານ 5 ແຫ່ງ, ໃນນັ້ນມີສະໜາມບິນສາກົນ Kabul - ປະຕູເຂົ້າອອກຫຼັກຂອງ ອາບການິດສະຖານ.



ຕາ​ລີ​ບານ​ປະ​ຕິ​ເສດ​ຂໍ້​ຕົກ​ລົງ​ນຳສະ​ໜາມ​ບິນ ກັບ​ກາ​ຕາ ແລະ ຕວັກ​ກີ ເຂົ້າ​ສູ່​ການ​ເຄື່ອນ​ໄຫວ - ảnh 1ພາບປະກອບ: AFP/TTXVN

ວັນທີ 25 ທັນວາ, ທ່ານ Imamuddin Ahmadi, ໂຄສົກຂອງກະຊວງຄົມມະນາຄົມ ແລະ ຂົນສົ່ງຂອງ ອຳນາດການປົກຄອງ ຕາລີບານ ໄດ້ປະຕິເສດຂໍ້ມູນວ່າ ຕາລີບານ ບັນລຸໄດ້ຂໍ້ຕົກລົງ ກັບກາຕາ ແລະ ຕວັກກີ ໂດຍອະນຸຍາດໃຫ້ສອງປະເທດ ນຳສະໜາມບິນສາກົນຢູ່ປະເທດນີ້ ເຂົ້າສູ່ການເຄື່ອນໄຫວ. ທ່ານ Imamuddin Ahmadi ໃຫ້ຮູ້ວ່າ ບັນດາຝ່າຍຈະສືບຕໍ່ເຈລະຈາບັນຫານີ້ໃນໄລຍະຈະມາເຖິງ.

ກ່ອນໜ້ານ້ັນ, ວັນທີ 23 ທັນວາ, ສຳນັກຂ່າວສານ Anadolu ຂອງຕວັກກີ ໄດ້ລົງຂ່າວວ່າ ປະເທດນີ້ ແລະ ກາຕາ ບັນລຸໄດ້ຂໍ້ຕົກລົງກັບ ຕາລີບານ ກ່ຽວກັບການຄຸ້ມຄອງ ແລະ ເຄື່ອນໄຫວ  ສະໜາມບິນຢູ່ ອາບການິດສະຖານ 5 ແຫ່ງ, ໃນນັ້ນມີສະໜາມບິນສາກົນ Kabul - ປະຕູເຂົ້າອອກຫຼັກຂອງ ອາບການິດສະຖານ.

ອາບການິດສະຖານ ມີສະໜາມບິນກ່ວາ 20 ແຫ່ງ, ເປັນຕົ້ນແມ່ນຂຸດຄົ້ນຖ້ຽວບິນພາຍໃນປະເທດ. ເດືອນສິງຫາທີ່ຜ່ານມາ, ພາຍຫຼັງຄວບຄຸມໄດ້ນະຄອນຫຼວງ Kabul ແລະ ກັບຄືນກຳອຳນາດຢູ່ ອາບການິດສະຖານ, ຕາລີບານ ໄດ້ສະເໜີໃຫ້ຕວັກກີ ແລະ ກາຕາ ຊ່ວຍເຫຼືອການບໍລິຫານສະໜາມບິນຢູ່ນະຄອນຫຼວງ Kabul, ເຖິງຢ່າງໃດກໍ່ຕາມ, ຕ້ອງເອົາໃຈໃສ່ວ່າ ການໜູນຊ່ວຍນີ້ພຽງແຕ່ຊ່ວຍເຫຼືອດ້ານເຕັກນິກ, ຕາລີບານ ຈະຮັບຜິດຊອບດ້ານຄວາມໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ