ຕຳຫຼວດ ຫວຽດນາມ - ໄທ ເພີ່ມທະວີ ວຽກງານປ້ອງກັນ, ຕ້ານອາດຊະຍາກຳ

ຕຳຫຼວດ ຫວຽດນາມ - ໄທ ເພີ່ມທະວີ ວຽກງານປ້ອງກັນ, ຕ້ານອາດຊະຍາກຳ - ảnh 1
ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຕຳຫຼວດ​​ແຫ່ງ​ລາຊະ​ອານາຈັກ ​ໄທ

(vovworld) – ຕອນ​ບ່າຍ​ວັນ​ທີ 12/8, ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຕຳຫຼວດ​​ແຫ່ງ​ລາຊະ​ອານາຈັກ ​ໄທ ​ໂດຍ​ທ່ານ​ພົນ​ເອກ ປັນ​ສີຣິ ປະຣາພະວັດ​, ຮອງ​ຜູ້​ບັນຊາ​ການ​ໃຫຍ່ຕຳຫຼວດ​ ​ໄທ ​ເປັນ​ຫົວໜ້າ​ຄະນະ ມີ​ການ​ຢ້ຽມຢາມ, ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ ພົນ​ຕີ ຈ້ຽວວັນ​ດາດ, ຮອງ​ຫົວໜ້າ​ກົມ​ໃຫຍ່​ຕຳຫຼວດ​ປ້ອງ​ກັນ, ຕ້ານ​ອາ​ຊະ​ຍາ​ກຳ, ກະຊວງ​ຕຳຫຼວດ ຫວຽດນາມ ​ເນັ້ນໜັກ​ວ່າໃນ​​ໄລຍະ​ຈະ​ມາ​ເຖິງ, ກົມ​ໃຫຍ່​ຕຳຫຼວດ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ ຂຶ້ນ​ກັບ​ກະຊວງ​ຕຳຫຼວດ ຫວຽດນາມ ​ແລະ ກຳລັງ ຕຳຫຼວດ​ ​ໄທ ຄວນ​ຍູ້​ແຮງ​ສາຍ​ພົວພັນ​ສົມທົບ​ກັນ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ, ສົມ​ກັບ​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸກ​ທະ​ສາດ​ເຊິ່ງການ​ນຳ 2 ປະ​ເທດ​ໄດ້​ເປັນ​ເອກະສັນ​ກັນ​ໃນ​ຖະ​ແຫຼ​ງການ​ຮ່ວມ​ ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ ລາຊະ​ອານາຈັກ ​ໄທ ​ເມື່ອ​​ເດືອນ 6/2013 ຢ່າ​ງ​ເປັນ​ທາງ​ການ​ຂອງ​ທ່ານ​ເລຂາທິການ​​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຫງວຽນ​ຟູ໋ຈ້ອງ.

        ພົນ​​ເອກ ປັນ​ສີຣິ ປະຣາພະວັດ​ ປາດ​ຖະໜາວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ກົມ​ໃຫຍ່​ຕຳຫຼວດ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ, ກະຊວງ​ຕຳຫຼວດ ຫວຽດນາມ ​ແລະ ກຳລັງ​ຕຳຫຼວດ​ແຫ່ງລາຊະອານາຈັກ ​ໄທ ຈະ​ເພີ່ມ​ທະວີ​ການ​ປະຕິບັດ​ບັນດາ​ແຜນການ​ປ້ອງ​ກັນ, ຕ້ານ ອາດຊະຍາ​ກຳ, ​ແລກປ່ຽນ​ເປັນ​ປະຈຳ, ຮ່ວມ​ມື​ບຳລຸງ​ສ້າງ​ພະນັກງານ, ຕອບ​ສະໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ເຊິ່ງການ​ນຳ 2 ປະ​ເທດ​ໄດ້​ວາງ​ອອກ.

 

ຂ່າວ/ບົດ​ອື່ນ