ຕຳຫຼວດໄທ ຈັບຕົວ ຫົວໜ້າຜູ້ແຫ່ຂະບວນ ປະທ້ວງຕ້ານລັດຖະບານ ຄົນໜຶ່ງ

ຕຳຫຼວດໄທ ຈັບຕົວ ຫົວໜ້າຜູ້ແຫ່ຂະບວນ ປະທ້ວງຕ້ານລັດຖະບານ ຄົນໜຶ່ງ - ảnh 1
ທ່ານ ສົນທິ​ຍານ ຈືນຣື້​ໄທ​ໃນ​ທຳ
(ພາບ: Bangkok Post)


(vovworld) - ວັນ​ທີ 10/02, ຕຳຫຼວດ​ໄທ ​ໄດ້​ຈັບ​ຕົວ​ຫົວໜ້າ​ຂອງ​ຂະ​ບວນການ​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ຄົນ​ໜຶ່ງ, ທ່ານ ສົນທິ​ຍານ ຈືນຣື້​ໄທ​ໃນ​ທຳ. ຕາມ​ໜືງສື​ພິມ Bangkok Post, ທ່ານ ສົນທິ​ຍານ ​ແມ່ນ​ຫົວ​ໜ້າສຳນັກ​ຂ່າວສານ T-New ​ແລະ ​ແມ່ນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ຖັນ​ແຖວ​ການ​ນຳ​ຄະນະ​ກຳມະການ​ປະຕິ​ຮູບ​ປະຊາທິປະ​ໄຕ​ປະຊາຊົນ (PDRC), ​ຖືກ​ຈັບ​ຕົວ​ຢູ່​ສູນ​ການ​ຄ້າແຫ່ງ​ໜຶ່ງ​ຢູ່​ນະຄອນຫຼວງ​ບາງກອກ. ນີ້​ແມ່ນ​ການ​ນຳຜູ້​ ທຳ​ອິດ​ຂອງ PDRC ຖືກ​ຕຳຫຼວດ​ຈັບ​ຕົວ ນັບ​ແຕ່​​ເກີດການ​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ໄທ ​ໃນ​ຊຸມ​ເດືອນ​ຜ່ານ​ມາ. ກຳລັງ​ຝ່າຍ​ຄ້ານ​ນີ້​ໄດ້​ປຸກລະດົມ ​ແລະ ຈັດ​ຕັ້ງ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ, ​ເດີນ​ຂະ​ບວນ, ຢືດຄອງ​ສຳນັກງານ​ລັດຖະບານຢູ່​ບາງກອກ ​ແນ​ໃສ່​ໂຄ່ນ​ລົ້ມລັດຖະບານ​ຂອງ​ທ່ານ​ນາງ​ນາຍົກລັດຖະມົນຕີຊົ່ວຄາວ ຍິງຣັກ ຊິນນະ​ວັດ.

ຂ່າວ/ບົດ​ອື່ນ