ຖະແຫຼງການປະທານກອງປະຊຸມສຸດຍອດ ອາຊຽນ ສຸມໃສ່ຄວາມມານະພະຍາຍາມຮັບມືກັບໂລກລະບາດ ແລະ ຊຸກຍູ້ການຟື້ນຟູເສດຖະກິດ

(VOVWORLD) -ສິ້ນສຸດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39 ພາຍໃຕ້ການເປັນປະທານຂອງ ບຣູໄນ, ວັນທີ 26 ຕຸລາ, ອາຊຽນ ໄດ້ອອກຖະແຫຼງການປະທານ.
ຖະແຫຼງການປະທານກອງປະຊຸມສຸດຍອດ ອາຊຽນ ສຸມໃສ່ຄວາມມານະພະຍາຍາມຮັບມືກັບໂລກລະບາດ ແລະ ຊຸກຍູ້ການຟື້ນຟູເສດຖະກິດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເຂົ້າຮ່ວມກອງປະຊຸມ
(ພາບ: TTXVN)

ສິ້ນສຸດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39 ພາຍໃຕ້ການເປັນປະທານຂອງ ບຣູໄນ, ວັນທີ 26 ຕຸລາ, ອາຊຽນ ໄດ້ອອກຖະແຫຼງການປະທານ.

        ລະອຽດແມ່ນ, ຖະແຫຼງການໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາເພີ່ມທະວີການສ້າງປະຊາຄົມອາຊຽນ ກວ່າອີກ ກໍຄືບົດບາດເປັນໃຈກາງ ແລະ ຄວາມເປັນເອກະພາບຂອງ ອາຊຽນ ເພື່ອແນໃສ່ແກ້ໄຂສິ່ງທ້າທາຍລວມ ກໍຄືຊຸກຍູ້ການຟື້ນຟູຢ່າງຮອບດ້ານຂອງພາກພື້ນ ພາຍຫຼັງໂລກລະບາດໂຄວິດ-19. ອາຊຽນ ຊົມເຊີຍການປະກອບສ່ວນຂອງບັນດາປະເທດສະມາຊິກ ແລະ ຄູ່ຮ່ວມມືພາຍນອກ ໃຫ້ແກ່ກອງທຶນ ອາຊຽນ ຮັບມືກັບໂລກລະບາດໂຄວິດ-19 ດ້ວຍຈຳນວນເງິນໃຫ້ຄຳໝັ້ນສັນຍາທັງໝົດຂຶ້ນເຖິງ 25,8 ລ້ານ USD.

        ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ໃນນັ້ນບາງປະເທດສະມາຊິກ ອາຊຽນ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການເຄື່ອນໄຫວຖົມດິນເປັນເກາະ, ເກີດເຫດການຮ້າຍແຮງຢູ່ພາກພື້ນ, ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈ ຫຼຸດໜ້ອຍຖອຍລົງ, ເພີ່ມຄວາມເຄັ່ງຕຶງ ແລະ ມີຄວາມສ່ຽງທຳລາຍສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ. ກອງປະຊຸມກໍ່ຊົມເຊີຍການພົວພັນຮ່ວມມືທີ່ໄດ້ຮັບການປົວແປງຢ່າງບໍ່ຢຸດຢັ້ງລະຫວ່າງ ອາຊຽນ ແລະ ຈີນ, ລະດັບຄວາມຄືບໜ້າໃນບັນດາການເຈລະຈາຢ່າງແທດຈິງ ເພື່ອບັນລຸກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ ແລະ ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ.

        ອາຊຽນ ໄດ້ຮັບຮອງເອົາກອບແລວທາງຄົມມະນາຄົມໃນ ອາຊຽນ (ATCAF) ເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ການສັນຈອນໄປມາທີ່ຈຳເປັນຂອງປະຊາຊົນລະຫວ່າງບັນດາປະເທດສະມາຊິກ ອາຊຽນ; ໃຫ້ສັດຕະຍາບັນສັນຍາ ອາຊຽນ ກ່ຽວກັບການຄ້າເອເລັກໂຕນິກ; ຮັບຮອງເອົາກອບເສດຖະກິດໝູນວຽນອາຊຽນ…

ຕອບກັບ

ຂ່າວ/ບົດ​ອື່ນ