ຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອີຕາລີ


ຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອີຕາລີ - ảnh 1
ພິທີລົງ​ນາມ​ໃນ​ຖະ​ແຫຼ​ງການ​ຮ່ວມ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮວ່ມມື​ຍຸດ​ທະ​ສາດ
(ພາບ: vietnamplus.vn)

(vovworld) -     ​ເນື່ອງ​ໃນ​ໂອກາດ​​ໄປ​ຢ້ຽມຢາມ​ທາງ​ລັດຖະກິດ​ ສ.ອີ​ຕາ​ລີ ຂອງທ່ານ​ເລຂາທິການ​ໃຫຍ່ຄະນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ, ວັນ​ທີ 21/01, ຢູ່ Romne, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີ​ຕາ​ລິ Giulio Terzi di Sant’t Agata ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮວ່ມມື​ຍຸດ​ທະ​ສາດ​ລະຫວ່າງ ສສ.ຫວຽດນາມ ​ແລະ ສ.ອີ​ຕາ​ລີ. ​ເຊິ່ງຕາມ​ນັ້ນ​ແລ້ວ, ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ອີ​ຕາ​ລີ ຈະ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຢ່າງເລິກ​ເຊິ່ງ, ກວ້າງ​ແຂວງ​ໃນ​ບັນດາ​ຂົງ​ເຂດ​ທີ່​ສຳຄັນ. ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ການ​ທູດ, 2 ຝ່າຍ​ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ສະພາ​ແຫ່ງ​ຊາດ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ, ຍົກ​ສູງ​ຄວາມ​ສາມາດ​ທາງ​ດ້ານລະບອບ​ບັນຍັດ ​ແລະ ​ແບ່ງປັນ​ບົດຮຽນ​ສ້າງ​ກົດໝາຍ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ສ້າງ​ຕັ້ງ​ກົນ​ໄກ​ສົນທະນາ​ຍຸດ​ທະ​ສາດ, ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ປະຈຳ​ປີ, ​ເພື່ອ​ແລກປ່ຽນກ່ຽວກັບ​ການ​ພົວພັນ 2 ຝ່າຍ ​ແລະ ບັນດາ​ບັນຫາ​ສາກົນ, ພາ​ກພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ກ່ຽວ​ກັບ​ບັນດາ​ທົ່ວ​ໂລກ ​ແລະ ພາກ​ພື້ນ, ຫວຽດນາມ ​ແລະ ອີ​ຕາ​ລີ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮ່ວມ​ມື ​ແລະ ສະໜັບສະໜູນ​ເຊິ່ງກັນ​ລະ​ກັບ​ຢູ່​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ບັນດາ​ເວທີ​ປາ​ໄສ​ສຳຄັນ​ຄື ສະຫະ​ປະຊາ​ຊາດ, WTO, ​ເວທີ​ປາ​ໄສ​ຮ່ວມ​ມື​ອາຊີ - ​ເອີ​ລົບ (ASEM), ASEAN, EU ​ແລະ ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ກ່ຽວ​ກັບ​ດ້ານເສດຖະກິດ, ອີ​ຕາ​ລີ ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ເສດຖະກິດ ​ແລະ ການ​ຄ້າ​ກັບ EU; ຊ່ວຍ​ຫວຽດນາມ ສ້າງ​ລະບອບ​ເສດຖະກິດ​ການ​ຕະຫຼາດ​ໃຫ້​ສົມບູບ​ແບບ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາສະໜັບສະໜູນ​ເລື່ອງ EU ຮັບ​ຮູ້​ຫວຽດນາມ ​​​ເປັນ​ປະ​ເທດ​ທີ່​ມີ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ. 2 ຝ່າຍ​ໄດ້​ເຫັນ​ດີ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ 2 ຝ່າຍ, ຊຸກຍູ້​ໂຄງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆຄື ພື້ນຖານ​ໂຄງ​ລ່າງ, ພະລັງງານ, ​ໂທລະ​ຄົມ, ທ່ອງ​ທ່ຽວ... ຫວຽດນາມ ​ແລະ ອີ​ຕາ​ລີ ​ຈະລົງ​ນາມ​ໃນ​ອານຸສັນຍາ​ໃໝ່​ກ່ຽວກັບ​ການ​ຮ່ວມ​ມື​ພັດທະນາ​ໄລຍະ 2013 – 2015 ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ປົວ​ແປ​ງພື້ນຖານ​ໂຄງ​ລ່າງ​ສັງຄົມ ​ແລະ ​ເສດຖະກິດ​ຢູ່​ຫວຽດນາມ, ສຸມ​ໃສ່​ເຂົ້າ​ໃນ​ຂົງ​ເຂດ​ຄຸ້ມ​ຄອງ​ແຫຼ່ງນ້ຳ, ສິ່ງ​ແວດ​ລ້ອມ, ສາທາລະນະ​ສຸກ... 2 ຝ່າຍ​ຈະ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໃໝ່​ຄື ການ​ຮັບ​ມື​ກັບ​ການ​ປ່ຽນ​ແປ່​ງຂອງ​ດິນ​ຟ້າ​ອາ​ກາດ, ບຳລຸງ​ສ້າງ ​ແລະ ຄົ້ນຄວ້າ​ວິທະຍາສາດ. ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, 2 ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮ່ວມ​ມື​ກ່ຽວ​ກັບ​ຂົງ​ເຂດອຸດສາຫະກຳປ້ອງ​ກັນ​ປະ​ເທດ; ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ ​ແລະ ພວກກໍ​ການ​ຮ້າຍ. ຫວຽດນາມ ​ແລະ ອີ​ຕາ​ລີ ​ໄດ້​ເຫັນ​ດີ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ໃໝ່ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ, ຊຸກຍູ້​ພື້ນຖານ​ນິຕິກຳ​ຍິ່ງກວ່າ​ອີກ ​​ແນ​ໃສ່​ເພີ່ມ​ທະວີ​ກາ​ນພົວພັນ 2 ຝ່າຍ​ໃນ​ບັນດາ​ຂົງ​ເຂດ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

        ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ, 2 ປະ​ເທດ​ຈະ​ຈັດ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງຕ່າງໆ​ໃນ​ຂອບ​ເຂດ “ປີ​ຫວຽດນາມ ຢູ່​ອີ​ຕາ​ລີ” ​ແລະ “ປີ​ອີ​ຕາ​ລີ ຢູ່​ຫວຽດນາມ” ​ໃນ​ປີ 2013. ພິ​ເສດ, 2 ຝ່າຍ​ຈະ​ຜັນ​ຂະຫຍາຍ​ໂຄງການ​ຊາຍ​ຄາອີ​ຕາ​ລີ (Casa Italia) ຢູ່​ຮ່າ​ໂນ້ຍ, ດ້ວຍ​ຄວາມ​ໝາຍ​ຈະ​ແມ່ນສູນ​ໂຄສະນາ​ວັດທະນະທຳ, ພາສາ​ອີ​ຕາ​ລີ​ຢູ່​ຫວຽດນາມ.


ຂ່າວ/ບົດ​ອື່ນ