ຖະແຫຼງການຮ່ວມກ່ຽວກັບໝາກຜົນຂອງການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

(VOVWORLD) - ສອງຝ່າຍສະແດງຄວາມເພິ່ງພໍໃຈກ່ຽວກັບການພັດທະນາຂອງການພົວພັນຮ່ວມມືດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຍູ້ແຮງການຮ່ວມມືດ້ານເຕັກນິກການທະຫານ

ເນື່ອງໃນໂອກາດທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄປຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການໃນລະຫວ່າງວັນທີ 5 – 8 ກັນຍາ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ລັດເຊຍ V.Putin, ສອງຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບໝາກຜົນຂອງການຢ້ຽມຢາມ. ໃນຖະແຫຼງການຮ່ວມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ ສະຫະພັນລັດເຊຍ V.Putin ໄດ້ຢັ້ງຢືນແນວທາງສະເໝີຕົ້ນສະເໝີປາຍແມ່ນປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ, ຕອບສະໜອງຜົນປະໂຫຍດຍາວນານຂອງປະຊາຊົນ 2 ປະເທດ, ຢັ້ງຢືນຄວາມສຳຄັນຂອງການສືບຕໍ່ບັນດາຄວາມມານະພະຍາຍາມລວມ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນທຸກໆຂົງເຂດ. ສອງຝ່າຍສະແດງຄວາມເພິ່ງພໍໃຈກ່ຽວກັບການພັດທະນາຂອງການພົວພັນຮ່ວມມືດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຍູ້ແຮງການຮ່ວມມືດ້ານເຕັກນິກການທະຫານ, ຢັ້ງຢືນຄວາມຕັດສິນໃຈສືບຕໍ່ປັບປຸງ, ພັດທະນາການພົວພັນໃນຂົງເຂດນີ້ບົນຈິດໃຈການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ບົນພື້ນຖານກົດໝາຍສາກົນ ແລະ ກົດໝາຍຂອງແຕ່ລະປະເທດ.

        ສອງຝ່າຍໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງມານະພະຍາຍາມຢ່າງສຸດຂີດເພື່ອຍູ້ແຮງການຮ່ວມມືເສດຖະກິດ - ການຄ້າ, ປັບປຸງກົນໄກຮ່ວມມື ແລະ ປະຕິບັດສັນຍາການຄ້າເສລີລະຫວ່າງ ສສ ຫວຽດນາມ ແລະ ສະຫະພັນເສດຖະກິດ ອາຊີ - ເອີລົບ ພ້ອມກັບບັນດາປະເທດສະມາຊິກ ແລະ ບັນດາເອກະສານທີ່ກ່ຽວຂ້ອງລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ ດ້ວຍຈຸດປະສົງສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານການຄ້າ ແລະ ການລົງທຶນ 2 ຝ່າຍຢ່າງມີປະສິດທິຜົນ.

        ສອງຝ່າຍເນັ້ນໜັກເຖິງແງ່ຫວັງແຫ່ງການຮ່ວມມືໃນຂະແໜງພະລັງງານໄຟຟ້າ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ V.Putin ເປັນເອກະພາບບັນດາມາດຕະການເພື່ອແນໃສ່ຍູ້ແຮງການຈັດຕັ້ງຜະລິດຢູ່ ຫວຽດນາມ ບັນດາຍານພາຫະນະຂົນສົ່ງ.

        ສອງຝ່າຍຮັບຮູ້ຄວາມຈຳເປັນຊຸກຍູ້ການຮ່ວມມືໃນບັນດາຂົງເຂດກະສິກຳ, ສິນໃນນ້ຳ, ເຄື່ອງປ່າຂົງດົງ, ອຸດສາຫະກຳທີ່ຮັບໃຊ້ໃຫ້ແກ່ກະສິກຳ, ຊົນລະປະທານ, ຕ້ານໄພທຳມະຊາດ…

        ກ່ຽວກັບບັນຫາສາກົນ ແລະ ພາກພື້ນ, ຫວຽດນາມ ແລະ ລັດເຊຍ ຖືວ່າ ຄວາມໝັ້ນຄົງສາກົນແມ່ນຮອບດ້ານ ແລະ ບໍ່ສາມາດແຕກແຍກກັນໄດ້, ໂດຍເລີ່ມມາຈາກການບໍ່ອະນຸຍາດຮັບປະກັນຄວາມໝັ້ນຄົງຂອງປະເທດນີ້ ດ້ວຍການກໍ່ຜົນເສຍຫາຍເຖິງຄວາມໝັ້ນຄົງຕໍ່ປະເທດອື່ນ, ໃນນັ້ນມີການເປີດກ້ວາງບັນດາສຳພັນທະມິດການທະຫານ ແລະ ການເມືອງຢູ່ພາກພື້ນ ແລະ ໃນທົ່ວໂລກ.

        ຫວຽດນາມ ແລະ ລັດເຊຍ ໄດ້ສະແດງຄວາມປາດຖະໜາຢາກສືບຕໍ່ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍເພື່ອແນໃສ່ຕ້ານບັນດາຄວາມສ່ຽງເພີ່ມຂຶ້ນຂອງການນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ ເຂົ້າໃຈຈຸດປະສົງອາດຊະຍາກຳ ແລະ ກໍ່ການຮ້າຍ, ໃນນັ້ນມີຈຸດປະສົງທຳລາຍຄວາມໝັ້ນຄົງແຫ່ງຊາດ.

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ ສະຫະພັນລັດເຊຍ V.Putin ໄດ້ສະໜັບສະໜູນບັນດາຄວາມມານະພະຍາຍາມ ແລະ ຂໍ້ລິເລີ່ມເພື່ອແນໃສ່ຮັບປະກັນການປະຕິບັດສົນທິສັນຍາກ່ຽວກັບການເກືອດຫ້າມການພັດທະນາ, ການຜະລິດ, ສະສົມ ແລະ ນຳໃຊ້ອາວຸດເຄມີ ແລະ ກ່ຽວກັບການທຳລາຍຂອງມັນ, ຍົກສູງອິດທິພົນຊື່ສຽງຂອງອົງການເກືອດຫ້າມອາວຸດເຄມີ ແລະ ບໍ່ຫັນການເຄື່ອນໄຫວຂອງອົງການນີ້ເດີນຕາມດ້ານການເມືອງ.

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ ສະຫະພັນລັດເຊຍ V.Putin ຢັ້ງຢືນວ່າຄວນສືບຕໍ່ບັນດາຄວາມມານະພະຍາຍາມລວມເພື່ອແນໃສ່ສ້າງຢູ່ພາກພື້ນໃຫ້ມີໂຄງປະກອບຄວາມໝັ້ນຄົງສະເໝີພາບ ແລະ ບໍ່ຖືກຕັດແຍກ, ມີລັກສະນະເປີດກ້ວາງ, ກວມລວມ ແລະ ກະຈ່າງແຈ້ງ, ໂດຍອີງໃສ່ການປະຕິບັດກົດໝາຍສາກົນຜ່ານການຊຸກຍູ້ການເຈລະຈາ ແລະ ການຮ່ວມມືໃນຂອບເຂດບັນດາເວທີປາໄສໂດຍ ອາຊຽນ ເປັນປະທານ ຄື: ອາຊຽນ - ລັດເຊຍ; ເວທີປາໄສພາກພື້ນ ອາຊຽນ ກ່ຽວກັບຄວາມໝັ້ນຄົງ (ARF); ກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS), ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ກັບບັນດາຄູ່ເຈລະຈາ (ADMM+).

ຕອບກັບ

ຂ່າວ/ບົດ​ອື່ນ