ຖະແຫຼງການຮ່ວມຂອງ AFMM - 19

ຖະແຫຼງການຮ່ວມຂອງ AFMM - 19 - ảnh 1
​ບັນດາລັດຖະມົນຕີເຂົ້າຮ່ວມ AFMM - 19
(ພາບ: Vietnam+)


(vovworld) – ຕ​ອນບ່າຍ​ວັນ​ທີ 21/03, ກອງ​ປະຊຸມ​ລັດຖະມົນຕີ​ກາ​ນ​ເງິນ​ອາ​ຊຽນ ຄັ້ງ​ທີ 19 (AFMM - 19) ​ແລະ ກອງ​ປະຊຸມ​ຮ່ວມ​ລະຫວ່າງ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ​ແລະ ຜູ້​ວ່າການ​ທະ​ຄານ​ສູນ​ກາງ​ອາ​ຊຽນ ຄັ້ງ​ທີ 1 ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບງາມ. ບັນດາ​ການ​ນຳ​ດ້ານ​ການ​ເງິນ ​ແລະ ທະນາຄາ​ນສູນ​ກາງ​ອາ​ຊຽນ ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ໃນ​ການ​ເພີ່ມທະວີ​ການ​ພັດທະນາ​ຕະຫຼາດ​ການ​ເງິນ​ພາກ​ພື້ນ​ ​ເພື່ອ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ສ້າງຕັ້ງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (AEC), ພ້ອມ​ທັງ​ຕັດສິນ​ໃຈ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ຊຸກຍູ້​ວິວັດ​ການ​ເຊື່ອມ​ໂຍງ​ດ້ານ​ການ​ເງິນ, ​ເງິນຕາ​ພາກ​ພື້ນ ພາຍຫຼັງ AEC ​ໄດ້​ຮັບ​ການ​ສ້າງ​ຕັ້ງ. ຖະ​ແຫຼ​ງການ​ຮ່ວມ​ຂອງ​ກອງ​ປະຊຸມລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ​ແລະ ຜູ້​ວ່າການ​ທະ​ຄານ​ສູນ​ກາງ​ອາ​ຊຽນ ​ເນັ້ນ​ໜັກ​ວ່າ, ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ຈະ​ສືບ​ຕໍ່​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​ໃນ​ການ​ຊຸກຍູ້​ການ​ເຕີບ​ໂຕ​ທາງດ້ານ​ເສດຖະກິດ ​ແລະ ສະຖຽນ​ລະ​ພາບດ້ານ​ການ​ເງິນພາກ​ພື້ນ; ​ແບ່ງປັນ​ທັດສະນະ​ຂອງ​ທະນາຄານ​ພັດທະນາ​ອາຊີ (ADB), ທະນາຄານ​ໂລກ (WB), ກອງ​ທຶນ​ເງິນຕາ​ສາກົນ (IMF) ​ແລະ ອົງການ​ຄົ້ນຄວ້າ​ເສດຖະກິດ​ມະຫາ​ພາກ​ອາ​ຊຽນ +3 (AMRO) ກ່ຽວ​ກັບ​​ແງ່ຫວັງ​ເສດຖະກິດ, ຄວາ​ມສ່ຽງ, ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ນະ​ໂຍາບ​ຊຸກຍູ້​ຢ່າງ​ໝັ້ນຄົງ ​ແລະ ຮອບດ້ານ; ສືບ​ຕໍ່​ປະຕິບັດ​ບັນດາ​ຄາດ​ໝາຍ​ຂອງ AEC ກໍ່​ຄືການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ວິວັດ​ການ​ເຊື່ອມ​ໂຍງ​ດ້ານ​ການ​ຄ້າ ​ແລະ ​ເງິນຕາ​ອາ​ຊຽນ. ບັນດາ​ຜູ້​ແທນ​ກໍ່​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​ຢ່າງ​ແຮງ ສຳລັບ​ວິ​ໄສ​ທັດ AEC ພາຍຫຼັງ​ປີ 2015.

      ​ເມື່ອ​ຕອບສຳພາດ​ຕໍ່​ນັກ​ຂ່າວ​ຫວຽດນາມ ພາຍຫຼັງ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ເງິນ​ຫວຽດນາມ ດິງຕ໋ຽນຢຸງ ​ໃຫ້​ຂໍ້​ສັງ​ເກດ​ວ່າ, ຂະ​ແໜງ​ການ​ເງິນ​ຫວຽດນາມ ຈະ​ຮັບປະກັນ​ໄດ້​ຄວາມ​ຮຽກຮ້ອງ​ເຊື່ອມ​ໂຍງ. ກ່ຽວ​ກັບ​ຂົງ​ເຂດ​ພາສີ, ມາ​ຮອດ​ປະຈຸ​ບັນ ບັນດາ​ລະດັບ​ພາສີອາກອນສ່ວນ​ຫຼາຍ​ຂອງຫວຽດນາມ ​ໄດ້​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການກ່ຽວ​ກັບ​ການ​ຫຼຸດຜ່ອນ​ພາສີ​ອາກອນໃນ​ອາ​ຊຽນ ​ແລ້ວ. ​ໃນ​ຂົງ​ເຂດພາສີ, ຂະ​ແໜງ​ການ​ເງິນ​​ໄດ້​ດຳ​ເນີນ​ການປະຕິບັດ​ລະບຽບ​ການ​ພາສີ​ຜ່ານ​ເຄືອ​ຂ່າຍ​ພາສີ​ເອ​ເລກ​ໂຕ​ນິກ ​ແລະ ພວມ​ເຊື່ອມ​ຕໍ່​ກົງ​ໄກ​ປະຕູ​ດຽວ​ແຫ່ງ​ຊາດ, ກ່າວ​ປ​ເຖິງ​ກົນ​ໄດ​ປະຕູ​ດຽວ​ອາ​ຊຽນ ​ໃນ​ທ້າຍ​ປີ 2015.

ຂ່າວ/ບົດ​ອື່ນ