ຖະແຫຼງການຮ່ວມລະຫວ່າງສສຫວຽດນາມແລະລາຊະອານາຈັກກຳປູເຈຍ

ຖະແຫຼງການຮ່ວມລະຫວ່າງສສຫວຽດນາມແລະລາຊະອານາຈັກກຳປູເຈຍ - ảnh 1
ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ Hunsen
(ພາບ:  Nguyễn Khang/TTXVN)

(vovworld) - ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ພະ​ບາດ​ສົມ​ເດັດ ພະ​ບໍລົມ​ມະນຽດ ​ໂນ​ໂຣດົມ ສີຫະ​ໂມ​ນີ, ກະສັດ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈຍ, ທ່ານ​ປະທານ​ປະ​ເທດ​ ​ສສ ຫວຽດນາມ ເຈືອງ​ເຕິ໋ນຊາງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ​ ໄດ້​ໄປ​ຢ້ຽມຢາມ​ທາງ​ລັດຖະກິດ ລາຊະ​ອານາຈັກກຳປູ​ເຈຍ ​ໃນ​ລະຫວ່າງ​ວັນ​ທີ 23-24/12/2014. ສິ້ນ​ສຸດ​ການ​ຢ້ຽມຢາມ, ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ ສສ ຫວຽດນາມ - ລາຊະ​ອານາຈັກກຳປູ​ເຈຍ. ​ເຊິ່ງ​ໃນ​ນັ້ນ​ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ການ​ພັດທະນາ​ອັນ​ດີງາມ​ຂອງ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ກຳປູ​ເຈຍ ​ໃນ​ໄລຍະ​ຜ່ານ​ມາ. ການ​ນຳ​ສອງ​ປະ​ເທດ​ຢືນຢັນ​ສືບ​ຕໍ່​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຕາມ​ທິດ​ນຳ “​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ, ຍາວ​ນານ“, ປະຕິບັດ​ບັນດາ​ຫຼັກການ​ທີ່​ລະບຸ​ໄວ້​ໃນ​ຖະ​ແຫຼ​ງການ​ຮ່ວມ ຫວຽດນາມ - ກຳປູ​ເຈຍ​ເມື່ອ​ປີ 1999, 2005, 2009, 2011 ຢ່າງ​ຄົບ​ຖ້ວນ, ​ເຄົາລົບ​ເອກະລາດ, ອະທິປະ​ໄຕ​ ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ກັນ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ ​ແລະ ບໍ່​ອະນຸຍາດ​ໃຫ້​ບໍ່​ວ່າ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ໃດ​ ນຳ​ໃຊ້​ຜືນ​ແຜ່ນດິນ​ຂອງ​ປະ​ເທດ​ນີ້ ​ເພື່ອ​ຂົ່ມຂູ່​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ຂອງ​ປະ​ເທດ​ອື່ນ, ​ແກ້​ໄຂ​ບັນດາ​ບັນ​ຫາ​ທີ່​ເກີດ​ຂຶ້ນ​ລະຫວ່າງ​ສອງ​ປະ​ເທດ​ ຜ່ານ​ການ​ເຈລະຈາ​ສັນຕິພາບ. ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ພົບ​ປະ​ຂັ້ນ​ສູງ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ສົ່ງ​ເສີມ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ລະຫວ່າງ​ບັນດາທ້ອງ​ຖີ່​ນທີ່ຕິດ​ກັບ​ຊາຍ​ແດນ. ສອງ​ຝ່າຍ​ເຫັນ​ດີ​ພິຈາລະນາ​ນະ​ໂຍບາຍ​ຕ່າງໆ ​ເພື່ອ​ແນ​ໃສ່​ສູ້​ຊົນ​ບັນລຸວົງ​ເງິນ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​​ໄດ້ 5 ຕື້ USD ​ໃນ​ປີ 2015 ​​ແລະ ສືບ​ຕໍ່​ເພີ່ມ​ຂຶ້ນ​ໃນ​ຊຸມ​ປີ​ຕໍ່​ໄປ. ສອງ​ຝ່າຍ​ຢືນຢັນ​ຄືນ​ໃໝ່​ສືບ​ຕໍ່​ປະຕິບັດ​ບັນດາ​ສົນທິສັນຍາ, ສັນຍາ ​ແລະ ຂໍ້​ຕົກລົງ​ຕ່າງໆ​ກ່ຽວ​ກັບ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຕັດສິນ​ໃຈ​ປະຕິບັດ​ສຳ​ເລັດ​ວຽກ​ງານຂີດ​ເສັ້ນ​ຊາຍ​ແດນ, ​ປັກ​ຫຼັກ​ໝາຍ​ຊາຍ​ແດນທາງບົກ​ໂດຍ​ໄວ, ​ເພື່ອ​ແນ​ໃສ່​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ເປັນ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ຮ່ວມ​ມື ​ແລະ ພັດທະນາ. ການ​ນຳ​ສອງ​ປະ​ເທດ​ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ສົມທົບ​ກັນ, ​ແບ່ງປັນ​ຂໍ້​ມູນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ເຊິ່ງທັງ​ສອງ​ປະ​ເທດ​ເປັນ​ສະມາຊິກ; ມານະ​ພະຍາຍາມ​ປັບປຸງ ​ແລະ ​ເສີມ​ຂະຫຍາຍ​ຄວາມ​ສາມັກຄີ ​ແລະ ບົດບາດ​​ໃຈກາງ​ຂອງ​ອາ​ຊຽນ, ປະກອບສ່ວນ​ເພື່ອ​ສັນຕິພາບ, ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຂອງ​ພາກ​ພື້ນ; ສະໜັບສະໜູນ​ເລື່ອງ​ແກ້​ໄຂຄວາມ​ຂັດ​ແຍ້​ງກັນ​ດ້ວຍ​ສັນຕິ​ວິທີ, ເໝາະ​ສົມ​ກັບ​ກົດໝາຍ​ສາກົນ ​ແລະ ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ພາກ​ພື້ນ. ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ຮ່ວມ​ມື​ກັນຢ່າງ​ແໜ້ນ​ແຟ້ນ ​ແລະ ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອື່ນໆ​ຂອງ​ຄະນະ​ກຳມາ​ທິການ​ແມ່​ນ້ຳຂອງ​ສາກົນ, ​ເພື່ອ​ແນ​ໃສ່​ຮັບປະກັນ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ແຫຼ່ງນຳ້​ແມ່​ນຳ້ຂອງ​ຢ່າງ​ໝັ້ນຄົງ.

        ​​


ຂ່າວ/ບົດ​ອື່ນ