ຖະແຫຼງການຮ່ວມຫວຽດນາມ - ຈີນ

ຖະແຫຼງການຮ່ວມຫວຽດນາມ - ຈີນ - ảnh 1
ທ່ານ ຫງວຽນຟູ໋ຈ້ອງ ແລະ ທ່ານ ສີ​ຈິ້ນຜິ​ງ

(vovworld) -​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນ​ ສີ​ຈິ້ນຜິ​ງ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ​ໄດ້​ໄປ​ຢ້ຽມຢາມ​ ສປ ຈີນ ​ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 7-10/4, ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຈີນ. ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ​ ​ໄດ້​ມີ​ການ​ເຈລະຈາ​ກັບ ທ່ານ​ເລຂາທິການ​ໃຫຍ່​, ປະທານ​ປະ​ເທດ​ຈີນ ​ສີ​ຈິ້ນຜິ​ງ. ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີຈີນ ຫຼີ​ເຄຊຽນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຈາງ​ຕີ​ຈຽງ, ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ ອີ​ເຈີ້​ງ​ເສິງ. ທີ່​ການ​ພົບ​ປະ​ຕ່າງໆ, ສອງ​ຝ່າຍ​ເນັ້ນ​ໜັກ​ວ່າ, ຫວຽດນາ ​ແລະ ຈີ​ນ ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ປະຕິບັດ​ທິດ​ນຳ “​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ, ຮ່ວມ​ມື​ຮອບດ້ານ, ສະຖຽນ​ລະ​ພາບ​ຍາວ​ນານ, ມຸ່ງ​ໄປ​ສູ່​ອະນາຄົດ“ ​ແລະ ຈິດ​ໃຈ “ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ​ເພື່ອນ​ມິດ​ທີ່​ດີ, ສະຫາຍ​ທີ່​ດີ, ຄູ່​ຮ່ວມ​ມື​ທີ່​ດີ“ ​ເປັນ​ຢ່າງ​ດີ, ຍາມ​ໃດ​ກໍ່​ກຳ​ແໜ້ນ​ທິດ​ທາງ​ພັດທະນາ​ການ​ພົວພັນ​ຫວຽດນາມ - ຈີນ, ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ - ຈີນ ​ໃຫ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ສອງ​ຝ່າຍ​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ຈິງ​ໃຈ, ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​​ເວັນ​ອອກ, ​ເນັ້ນ​ໜັກ​ປະຕິບັດ​ຄວາມ​ຮັບ​ຮູ້​ລວມທີ່​ສຳຄັນ​ເຊິ່ງການ​ນຳ​ຂັ້ນ​ສູງ​ສອງ​ພັກ, ສອງ​ລັດບັນລຸ​ໄດ້​, ປະຕິບັດ “ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານ​ຊີ້​ນຳ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ​ຫວຽດນາມ - ຈີນ ​ຢ່າງ​ເຂັ້ມ​ງວດ. ປະຕິບັດ “DOC“ ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ,  ​ແລະ ບັນລຸ (COC) ​ໂດຍ​ໄວ​, ບົນ​ພື້ນຖານ​ການ​ເຈລະຈາ​ຢ່າງ​ເປັນ​ເອກະ​ພາບ, ບໍ່​ມີ​ການ​ກະທຳ​ເຮັດ​ໃຫ້​ສະພາບ​ການ​ສັບສົນ​ຂຶ້ນ​ຕື່ມ, ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ການ​ສົມທົບ​ກັນ​ໃນ​ຂອບ​ເຂດ​ຫຼາຍ​ຝ່າຍ​ຄື: ສະຫະ​ປະຊາ​ຊາດ, APEC, ອາ​ຊຽນ - ຈີນ.

        ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຈີນ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ “​ແຜນການ​ຮ່ວມ​ມື​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ກອມ​ມູນິດ​ຈີນ ​ໄລຍະ 2016-2020", “ສັນຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ພາ​ຕົວ​ລະຫວ່າງ​ຫວຽດນາມ - ຈີນ", “ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ບັນຫາ​ພາສີ​ສຳລັບ​ໂຄງການ​ສຳ​ຫຼວດລວມຊັບພະຍາກອນ​ນຳ້ມັນ​ອາຍ​ແກ​ສຢູ່​ອ່າວ​ພາກ​ເໜືອ​ລະຫວ່າງ​ຫວຽດນາມ - ຈີນ“; “ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ ສສ ຫວຽດນາມ" ແລະ​ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ​ປ ຈີນ ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຮັກ​ສາ​ສັນ​ຕິ​ພາບສະ​ຫະ​ປະ​ຊາ​ຊາດ”, “ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ເລື່ອງ​ສ້າງ​ຕັ້ງ​ກຸ່ມ​ປະ​ຕິ​ບັດ​ງານ​ຮ່ວມ​ມື​ກ່ຽວ​ກັບ​ພື້ນ​ຖານ​ໂຄງ​ລ່າງ​ທາງ​ບົກ” (MOU) ລະ​ຫວ່າງ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຫວຽດ​ນາມ ແລະ ຄະ​ນະ​ກຳ​ມະ​ການ​ປະ​ຕິ​ຮູບ ແລະ ພັດ​ທະ​ນາ​ແຫ່ງ​ຊາດ ຈີນ” ແລະ “ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ກາ​ນ​ຮ່ວມ​ມື​ຜະ​ລິດ​ຮູບ​ເງົາ​ໂທ​ລະ​ພາບຫົວ​ເລື່ອງ​ສະ​ເພາະ​ລະ​ຫວ່າງ​ໂທ​ລະ​ພາບ ຫວຽດ​ນາມ ແລະ ໂທ​ລະ​ພາບ​ສູນ​ກາງ​ຈີນ”.

        ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາ​ງ​ພັກ ກອ​ມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ໄດ້​ຂອບ​ໃຈ​ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຈີນ, ປະ​ທານ​ປະ​ເທດ ສ​ປ​ ຈີນ ສີ​ຈິ້ນ​ຜິງ ແລະ ພັກ​, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຈີນ ກ່ຽວ​ກັບ​ການ​ຕ້ອນ​ຮັບ​ຢ່າງ​ສົມ​ກຽດ, ສະ​ໜິດ​ສະ​ໜົມ ແລະ ມິດ​ຕະ​ພາບ, ເຊື້ອ​ເຊີນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສີ​ຈີ້ນ​ຜິງ ມາຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສີ​ຈີ້ນ​ຜິງ ໄດ້​ຂອບ​ໃຈ ແລະ ຮັບ​ຄຳ​ເຊີນ​ດ້ວຍ​ຄວາມ​ເບີກ​ບານມ່ວນ​ຊື່ນ.

 


ຕອບກັບ

ຂ່າວ/ບົດ​ອື່ນ