ຖະແຫຼງການຮ່ວມຫວຽດນາມ - ບຸນກາຣີ

ຖະແຫຼງການຮ່ວມຫວຽດນາມ - ບຸນກາຣີ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ - ບຸນ​ກາ​ຣີ
(ພາບ: Đức Tám)

(vovworld) - ຫວຽດນາມ ​ແລະ ບຸນ​ກາຣີ ​ໄດ້​ອອກ ຖະ​ແຫຼ​ງການ​ຮ່ວມ​ຫວຽດນາມ - ບຸນ​ກາຣີ ກ່ຽວ​ກັບ​ການ​ຢ້ຽມຢາມ​ບຸນ​ກາຣີ ຢ່າງ​ເປັນ​ທາງ​ການ​ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ໋ນຢຸງ ​ແຕ່​ວັນ​ທີ 4-6/6. ​ແຈ້ງ​ການ​ໃຫ້​ຮູ້​ວ່າ, ບັນດາ​ການ​ນຳບຸນ​ກາຣີຢັ້ງຢືນ​ຫວຽນາມ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ​ບຸນ​ກາຣີ ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​- ປາຊີ​ຝິກ. ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຢັ້ງຢືນ​ວ່າ​ຍາມ​ໃດ​ຫວຽດນາມ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ເພື່ອ​ນມິດ​ທີ່​ເປັນ​ມູນ​ເຊື້ອ, ​ໃນ​ນັ້ນ​ມີ​ບຸນ​ກາຣີ.

ນາຍົກລັດຖະມົນຕີທັງສອງປະ​ເທດ​ຫວຽດນາມ - ບຸນ​ກາຣີ, ຢືນຢັນ​ພ້ອມ​ແລ້ວ​ທີ່​ຈະ​ສົ່ງ​ເສີມ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ອົງການ ​ແລະ ວິ​ສາ​ຫະກິດ​ສອງ​ປະ​ເທດ​ສືບ​ຕໍ່​ຮ່ວມ​ມື,​ດຳ​ເນີນ​ທຸລະ​ກິດ​ໃນ​ຂົງ​ເຂດ​ຕ່າງໆ​ເຊິ່ງທັງ​ສອງ​ຝ່າຍ​ມີ​ທ່າ​ແຮງ ​ແລະ ມີ​ຄວາມ​ຕ້ອງການ.

ທັງ​ສອງ​ຝ່າຍ​ເນັ້ນ​ໜັກ​ຈະ​ສືບ​ຕໍ່​ສ້າງ​ເ​ງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ບຸນ​ກາຣີ ກໍ່​ຄື​ຊາວ​ບຸນ​ກາຣີ ທີ່​ດຳລົງ​ຊີວິດ​ຢູ່​ຫວຽດນາມ ພັດທະນາ​ບົດບາດ​ເປັນ​ຂົວ​ຕໍ່​ລະຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮ່ວມ​ມື​ຢ່າງ​​ແໜ້ນ​ແຟ້ນກວ່າ​ອີກ​ຢູ່​ສະຫະ​ປະຊາ​ຊາດ, ​ໃນ​ນັ້ນ​ມີ​ການ​ສະໜັບສະໜູນ​ຜູ້​​ອອກສະໝັກ​​ເລືອກ​ຕັ້ງ​ຂອງ​ກັນ​ເຂົ້າ​ບັນດາ​ອົງການ​ສະຫະ​ປະຊາ​ຊາດ, ຢູ່​ເວທີ​ປາ​ໄສ​ຮ່ວມ​ມື​ອາຊີ - ​ເອລົບ (ASEM), ​ໃນ​ບັນດາ​ກົນ​ໄກ​ຮ່ວມ​ມື​ອາ​ຊຽນ - ອີ​ຢູ ກໍ່​ຄື​ຢູ່​ບັນດາ​ອົງການ ​ແລະ ​ເວທີ​ປາ​ໄສ​ສາກົນ​ອື່ນໆ.

ບຸນ​ກາຣີຢືນຢັນ​ຄືນ​ໃ​ໝ່ວ່າ, ​ໃນ​ຖານະ​ເປັນ​ສະມາຊິກ​ອີ​ຢູ, ​ແລະ ​ໃນ​ຂອບ​ເຂດ​ເອີ​ລົບ, ບຸນ​ກາຣີ ຈະ​ສືບ​ຕໍ່​ສະໜັບສະໜູນ​ຫວຽດນາມ ​ແລະ ອີ​ຢູ ​ເພີ່ມ​ທະວີ​ການ​ພົວພັນ, ສຳ​ເລັດ​ການ​ອະນຸມັດ​ຜ່ານ​ສັນຍາ​ແມ່​ກ່ຽວ​ກັບ​ການ​ຮ່ວມ​ມື ​ແລະ ຄູ່​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ອີ​ຢູ (PAC). ຫວຽດນາມ​ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຂົວ​ຕໍ່​ເພື່ອ​ຊຸກຍູ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບຸນ​ກາຣີ - ອາ​ຊຽນ ກໍ່​ຄື​ໃນ​ພາກ​ພື້ນ​ອາຊີ - ປາຊີ​ຝິກ. ນາຍົກລັດຖະມົນຕີທັງສອງ​ທ່ານ​ເນັ້ນ​ໜັກ​ເຖິງ​ບົດບາດ​ໃຈກາງ​ຂອງ​ສປຊ ​ແລະ ຢືນຢັນ​ຫຼັກ​ໝັ້ນ​ທີ່​ວ່າ, ທຸກ​ການ​ຂັດ​ແຍ້​ງ​ໃນ​ພາກ​ພື້ນ ​ແລະ ສາກົນ​ລ້ວນ​ແຕ່​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ສັນຕິ​ວິທີ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ, ຫຼີກ​ເວັ້ນການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ ​ທີ່​ເຮັດ​ໃຫ້​ສະພາບ​ການ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ, ຂົ່ມຂູ່​ເຖິງ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ສະຖຽນ​ລະ​ພາບ.


ຂ່າວ/ບົດ​ອື່ນ