ຖະແຫຼງການຮ່ວມຫວຽດນາມ-ສ.ເກົາຫຼີ

ຖະແຫຼງການຮ່ວມຫວຽດນາມ-ສ.ເກົາຫຼີ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ້ຈ້ອງ ​ແລະ ປະທານາທິບໍດີ ສ.​ເກົາຫຼີ Park Geun – Hye 

(vovworld)- ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ທາງລັດຖະກິດ ສ.​ເກົາຫຼີ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ້ຈ້ອງ​ແຕ່​ວັນ​ທີ 1-4/10, 2 ​ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ຫວຽດນາມ-ສ.​ເກົາຫຼີ.

  ຖະ​ແຫຼ​ງການ​ຮ່ວມ​ຫວຽດນາມ-ສ.​ເກົາຫຼີຊີ້​ແຈ້ງວ່າ : ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ້ຈ້ອງ ​ແລະ ປະທານາທິບໍດີ ສ.​ເກົາຫຼີ Park Geun – Hye ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ : ການ​ເມືອງ, ການ​ປ້ອງ​ກັນ​ຄວາມ​ສະຫງົບ, ການ​ປ້ອງ​ກັນຊາ​ດ, ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົ​ງທຶນ​ລະຫວ່າງ 2 ປະ​ເທດ​ໂດຍ​ຜ່ານ​ການ​ສຳ​ເລັດ​ການ​ເຈ​ລະ​ຈາ​ສັນຍາ​ການ​ຄ້າ​​ເສລີ​​ຫວຽດນາມ-ສ.​ເກົາຫຼີ ​ໃນ​ປີ 2014; ​ເຫັນ​ດີ​​ເປີດ​ກ້ວາງ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ຜັນ​ຂະ​ຫຍາ​ຍການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ໃນ​ປະຈຸ​ບັນ​ໃນ​ຫຼາຍ​ຂົງ​ເຂດ.

    ກ່ຽວ​ກັບ​ການ​ນາບ​ຂູ່​ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍຄັ້ງ​ໃໝ່ ​ແລະ ການ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ເມື່ອ​ບໍ່​ດົນ​ມາ​ນີ້ຂອງ ສ.ປ.ປ.​ເກົາຫຼີ, 2 ຝ່າຍ​ໄດ້​ຢືນຢັນ​ຄືນຖະ​ແຫຼ​ງການ​ຮ່ວມ​ຫວຽດນາມ-ສ.​ເກົາຫຼີປີ 2013, ຊຶ່ງ​ຮຽກຮ້ອງ ສ.ປ.ປ.​ເກົາຫຼີ​ ປະຕິບັດຕາມ​ບັນດາມະຕິທີ່​ກ່ຽວຂ້ອງ​ຂອງ​ສະພາ​ຄວາມ​ໝັ້ນ​ຄົງ ສ.ປ.ຊ ກໍ​ຄື​ບັນດາ​ຄຳ​ໝັ້ນ​ສັນຍາ​ໃນ ຖະ​ແຫຼ​ງການ​ຮ່ວມຂອງ​ການ​ເຈ​ລະ​ຈາ 6 ຝ່າຍ​ເມື່ອ​ວັນ​ທີ 19/9/2005. 2 ຝ່າຍ​ຍັງ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ ​ແລະ ​ເສລີ​ໃນ​ການ​ເດີ​ນ​ເຮ​ືອ, ປະຕິບັດ​ຖະ​ແຫຼ​ງການ DOC ປີ 2002 ຢ່າງ​ເຂັ້ມ​ງວດ, ​ເຄົາລົບ​ກົດ​ໝາຍ​ສາກົນ ​ແລະ ພ້ອມ​ກັນ​ສ້າງ​​ເພື່ອ​ຮັບຮອງ​ເອົາ COC ​ໂດຍ​ໄວ .

ຫວຽດນາມ ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ​ສ​.​ເກົາຫຼີ.   ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກອນມູນິດ ຫວຽດນາມ ທງວຽນ​ຟູ໋ຈ້ອງ ຢັ້ງຢືນ​ຄື​ດັ່ງກ່າວທີ່​ການ​ຕ້ອນຮັບ​ການ​ນຳ​ບັນດາ​ກຸ່ມເສດຖະກິດ​ ສ.​ເກົາຫຼີ ​​ເມື່ອຕອນ​ເຊົ້າ​ວັນ​ທີ 3/10. ນີ້​ແມ່ນ​ບັນດາກຸ່ມ​ບໍລິສັດ​ໄດ້ ​ແລະ ພວມ​ມີ​ບັນດາ​ໂຄງການ​ລົງທຶນ, ທຳ​ການຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ ຄື: ກຸ່ມ​ບໍລິສັດ CJ, Hoysung ​ແລະ Charmvit. ທ່ານ​ເລຂາທິການ​ໃຫຍ່ຫງວຽນ​ຟຸ໋ຈ້ອງ ຕີ​ລາຄາວ່າ: ​ບັນດາ​ວິ​ສາ​ຫະກິດ ສ.ເກົາຫຼີ ​ແມ່ນ​ໜຶ່ງ​ໃນ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດປະສົບ​ຜົນສຳ​ເລັດ​ຢູ່​ຫວຽດນາມ​ໃນ​ປະຈຸ​ບັນ, ກາຍ​ເປັນ​ພາກສ່ວນ​ໜຶ່ງ​​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ຫງວຽນ​ຟຸ໋ຈ້ອງ ຢືນຢັນ​ວ່າ: ຫວຽດນາມ ຊົມ​ເຊີຍ ​ແລະ ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ບັນດາ​ນັກ​ລົງ​ທຶນ ສ.​ເກົາຫຼີ ລົງທຶນ​ເຂົ້າຫວຽດນາມ ຕາມ​ເນື້ອ​ໃນ​ຈິດ​ໃຈ​ທີ່​ໄດ້ຕົກລົງ​ກັນລະຫວ່າງ​ທ່ານ​ເລ​ຂາ​ທິການ​ໃຫ່ຍ ​ແລະ ປະທານາທິບໍດີ Pak Geun Hye ຄັ້ງນີ້​ລະຫວ່າງ​ການ​ນຳ​ຂັ້ນສູງ​ສອງ​ປະ​ເທດ.
ຂ່າວ/ບົດ​ອື່ນ