ຖະແຫລງການຮ່ວມຫວຽດນາມ-ກຳປູເຈຍ

(VOVWORLD) -ວັນທີ 5 ຕຸລາ, ຫວຽດນາມ ແລະກຳປູເຈຍ ໄດ້ອອກຖະແຫລງການຮ່ວມກ່ຽວກັບການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech HunSen. 
ຖະແຫລງການຮ່ວມຫວຽດນາມ-ກຳປູເຈຍ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech HunSen ພ້ອມກັນລົງນາມໃນສົນທິສັນຍາເພີ່ມເຕີມ

ຖະແຫລງການຮ່ວມໃຫ້ຮູ້ວ່າ: ໃນໄລຍະຢ້ຽມຢາມຫວຽດນາມຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech HunSen ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ພົບປະກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ.

ສອງຝ່າຍຕີລາຄາສູງຄວາມໝາຍຂອງເລື່ອງລົງນາມໃນເອກະສານສອງສະບັບ ຮັບຮູ້ໝາກຜົນການປັກຫລັກໝາຍຊາຍແດນທາງບົກ ສຳເລັດປະມານ 84%  ແລະ ເນັ້ນຫນັກວ່າ ນີ້ແມ່ນຂີດໝາຍປະຫວັດສາດໃນວິວັດການແກ້ໄຂບັນຫາຊາຍແດນທາງບົກລະຫວ່າງສອງປະເທດ. ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືໃນການຄຸ້ມຄອງຊາຍແດນ ແລະ ຈະສຳເລັດການປັກຫລັກໝາຍຊາຍແດນຕອນຍັງເຫລືອໂດຍໄວໃນໄລຍະຈະມາເຖິງ.

ສອງຝ່າຍເຫັນດີນຳການພົວພັນດ້ານການເມືອງເຂົ້າສູ່ລວງເລິກ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ສົມທົບກັນ ແບ່ງປັນຂໍ້ມູນຂ່າວສານ ແລະ ສະຫນັບສະຫນູນເຊິ່ງກັນ ແລະກັນ ຢູ່ ບັນດາເວທີປາໄສພາກພື້ນ ແລະ ສາກົນ ພິເສດ ຢູ່ ອາຊຽນ ແລະ ບັນດາກົນໄກກ່ຽວຂ້ອງ, ສປຊ, WTO, ASEM. ສອງຝ່າຍຢືນຢັນສົມທົບກັນຢ່າງແຫນ້ນແຟ້ນໃນປີ 2020 ເມື່ອຫວຽດນາມ ເປັນປະທານ ອາຊຽນ ແລະ ກຳປູເຈຍ ແມ່ນປະເທດເຈົ້າພາບຈັດກອງປະຊຸມຂັ້ນສູງ ASEM- 13.

ກ່ຽວກັບການຜັນແປຢູ່ທະເລຕາເວັນອອກ. ສອງຝ່າຍຖືວ່າ ສະພາບການເຄັ່ງຕຶງປະຈຸບັນຢູ່ທະເລຕາເວັນອອກ ຄວນແກ້ໄຂໂດຍສັນຕິວິທີ ສອດຄອ່ງກັບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ