ຖະແຫລງການຮ່ວມຫວຽດນາມ-ຝລັ່ງ


ຖະແຫລງການຮ່ວມຫວຽດນາມ-ຝລັ່ງ - ảnh 1
(ການ​ເຈ​ລະ​ຈາ​ລະ​ຫວ່າງ 2 ຝ່າຍ)

(vovworld)- ​ເນື່ອງ​ໃນ​ໂອ​ກາດ​​ການຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຫວຽດ​ນາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Francois Hollande, ຫວຽດ​ນາມ ແລະ ຝ​ລັ່ງ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມຊີ້​ແຈ້ງວ່າ: ສອ​ງ​ຝ່າຍ​ເນັ້ນ​ຫນັກ​ຄວາມ​ຈຳ​ເປັນ​ຕ້ອງ​ເພີ່ມ​ທະ​ວີ​ບັນ​ດາ​ການ​ພົບ​ປະ, ແລກ​ປ່ຽນ​ຢູ່​ທຸກ​ຂັ້ນ, ເປັນ​ຕົ້ນ​ແມ່ນ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ ແລະ ພົບ​ປະ​ຢູ່ນອກ​ເວ​ທີ​ປາ​ໄສ, ກອງ​ປະ​ຊຸມ​ສາ​ກົນ ແລະ ພາກ​ພື້ນ. ສອງ​ຝ່າຍ​ເຫັນ​ດີ ຊຸກ​ຍູ້​ການ​ລົງ​ນາມ ແລະ ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ ແລະ ສະ​ຫະ​ພາບ ເອີ​ລົບ ໂດຍ​ໄວ. ສອງ​ຝ່າຍ​ເຫັນ​ດີ ເພີ່ມ​ທະ​ວີ​ການ​ເຈ​ລະ​ຈາ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຊາດ ແລະ ສືບ​ຕໍ່​ຮ່ວມ​ມື​ກ່ຽວ​ກັບ​ການ​ບຳ​ລຸງ​ສ້າງ, ການ​ຢ້ຽມ​ຢາມ​ຂອງ​ກຳ​ປັ່ນ​ການ​ທະ​ຫານ. ສອງ​ຝ່າຍ​ປາດ​ຖະ​ຫນາ​ຢາກ​ເປີດກວ້າງ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລ, ການ​ບິນ. ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ແບ່ງ​ປັນ​ທັດ​ສະ​ນະ ແລະ ແລກ​ປ່ຽນ​ການ​ສົມ​ທົບ​ກັນ​ໃນ​ຂອບ​ເຂດ ສ​ປ​ຊ, ເວ​ທີ​ປາ​ໄສ​ການ​ຮ່ວມ​ມື ອາ​ຊີ ເອີ​ລົບ, ການ​ຮ່ວມ​ມື ອີ​ຢູ ອາ​ຊຽນ.

ຖະ​ແຫລງ​ການ​ຮ່ວມ​ໃຫ້​ຮູ້​ວ່າ: ສອງ​ຝ່າຍ​ຢືນ​ຢັນ ເຄົາ​ລົບ​ກົດ​ບັດ​ ສ​ປ​ຊ, ຄຳ​ຖະ​ແຫລງ​ປະ​ກາດ​ຂອງ​ສາ​ກົນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ, ເຄົາ​ລົບ​ເອ​ກະ​ລາດອະ​ທິ​ປະ​ໄຕ, ລະ​ບອບ​ການ​ເມືອງ​ຂອງ​ກັນ. ສອງ​ຝ່າຍ​ຢືນ​ຢັນ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລ​, ການ​ບິນ​ຢູ່​ພາກ​ພື້ນ.

ຂ່າວ/ບົດ​ອື່ນ