ຖະແຫລງການຮ່ວມຫວຽດນາມ-ໂປໂລຍ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດເຈີນດ້າຍກວາງ, ປະທານາທິບໍດີ ໂປໂລຍ Andrzej Duda  ແລະ ພັນລະຍາ ຢ້ຽມຢາມທາງລັດຖະກິດຫວຽດນາມ ແຕ່ວັນທີ 27-20 ພະຈິກ. ໃນຂອບເຂດການຢ້ຽມຢາມ, ປະທານາທິບໍດີ Andrzej Duda ໄດ້ເຈລະຈາກັບປະທານປະເທດ ເຈີນດ້າຍກວາງ, ພົບປະກັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ເຂົ້າຮ່ວມເວທີປາໄສວິສາຫະກິດ ໂປໂລຍ - ຫວຽດນາມ, ເຂົ້າຮ່ວມພິທີເປີດຫ້ອງການການຄ້າ ກົມໃຫຍ່ການລົງທຶນ ແລະ ການຄ້າ ໂປໂລຍ ຢູ່ຫວຽດນາມ ແລະ ຢ້ຽມຢາມນະຄອນໂຮ່ຈິມີນ. 
ຖະແຫລງການຮ່ວມຫວຽດນາມ-ໂປໂລຍ - ảnh 1ທ່ານປະທານປະເທດ ເຈີນດ້າຍກວາງ  ເຈລະຈາ ກັບປະທານາທິບໍດີ ໂປໂລຍ Andrzej Duda

ທີ່ການເຈລະຈາກັບປະທານາທິບໍດີ ໂປໂລຍ Andrzej Duda, ທ່ານປະທານປະເທດ ເຈີນດ້າຍກວາງ ເນັ້ນຫນັກວ່າ ຍາມໃດຫວຽດນາມ ກໍ່ຖືການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫລາຍດ້ານກັບບັນດາປະເທດ ເອີລົບຕາເວັນອອກກາງເປັນສຳຄັນ, ໃນນັ້ນ ມີໂປໂລຍ.

ສອງຝ່າຍເຫັນດີສ້າງຕັ້ງກົນໄກສົມທົບກ່ຽວກັບການຮ່ວມມືດ້ານເສດຖະກິດ.

ສອງຝ່າຍເຫັນດີແບ່ງປັນບົດຮຽນ ແລະ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດກະສິກຳ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ເນັ້ນຫນັກເຖິງຄວາມສຳຄັນຂອງການຮ່ວມມືສອງຝ່າຍກ່ຽວກັບວິທະຍາສາດ - ເຕັກໂນໂລຊີ ແລະຂໍ້ມູນຂ່າວສານ - ໂທລະຄົມໃນສະພາບການໂລກພວມກ້າວເຂົ້າສູ່ການປະຕິວັດອຸດສາຫະກຳ 4.0.

ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ.

ປະທານາທິບໍດີ Andrzej Duda ຢືນຢັນ: ໂປໂລຍຈະຫນັບສະຫນູນ, ຊຸກຍູ້ການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ ໂດຍໄວ. ທ່ານປະທານປະເທດ ເຈີນດ້າຍກວາງ ຢືນຢັນ: ຫວຽດນາມ ພ້ອມແລ້ວທີ່ຈະຫນູນຊ່ວຍ ໂປໂລຍ ເພີ່ມທະວີການຮ່ວມມືກັບ ອາຊຽນ ແລະ ບັນດາປະເທດສະມາຊິກຂອງອົງການນີ້.

ຫວຽດນາມ ແລະ ໂປໂລຍ ເຫັນດີເພີ່ມທະວີການສົມທົບ ແລະ ສະຫນັບສະຫນູນເຊິ່ງກັນ ແລະກັນໃນບັນດາບັນຫາສາກົນ ແລະ ພາກພື້ນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ພ້ອມກັນຮັບຜົນປະໂຫຍດ, ຮ່ວມມືຢ່າງແຫນ້ນແຟ້ນກວ່າອີກຢູ່ບັນດາອົງການຈັດຕັ້ງ ແລະ ເວທີປາໄສຫລາຍຝ່າຍ, ພິເສດ ແມ່ນ ສປຊ, ASEM, ASEAN – EU.

ຕອບກັບ

ຂ່າວ/ບົດ​ອື່ນ