ຖະໜົນດອກໄມ້ລະດູບານໃໝ່ຢູ່ເກີນເທີຄາດວ່າຈະຕ້ອນຮັບນັກທ່ອງທ່ຽວນັບໝື່ນຄົນ

ຖະໜົນດອກໄມ້ລະດູບານໃໝ່ຢູ່ເກີນເທີຄາດວ່າຈະຕ້ອນຮັບນັກທ່ອງທ່ຽວນັບໝື່ນຄົນ - ảnh 1
ຖະ​ໜົນ​ດອ​ກ​ໄມ້​ລະ​ດູ​ບານ​ໃໝ່​ຢູ່​ເກີນ​ເທີ
(ພາບ: plo.vn)

(vovworld) - ​ຕອນ​ຄ່່ຳ​ວັນ​ທີ 24/01, ຢູ່​ນະ​ຄອນ​ເກີນ​ເທີ ໄດ້​ໄຂ​ຖະ​ໜົນ​ດອກ​ໄມ້ ແລະ ຖະ​ໜົນ​ດອກ​ໄຟ​ແສງ​ສີສິ​ລະ​ປະເພື່ອຊົມ​ເ​ຊີຍ​ພັກ, ຕ້ອນ​ຮັບ​ບຸ​ນ​ປີ​ໃໝ່​ປີ​ລະ​ກາ 2017. ນີ້​ແມ່ນ​ຄັ້ງ​ທີ 4, ​ທີ່ນະ​ຄອນ​ເກີນ​ເທີ ຈັດ​ຕັ້ງຖະ​ໜົນ​ດອ​ກ​ໄມ້​ລະ​ດູ​ບານ​ໃໝ່. ຖະ​ໜົນ​ດອກ​ໄຟ​ສິ​ລະ​ປະ​ໄດ້​​ເປີດ​ໄວ້​ຕະ​ຫຼອດຢູ່​ຕາມ​ສາຍ​ທາງ​ຕົ້ນ​ຕໍ​ຮ່​ວາ​ບິ່ງ ຜ່ານ​ເຂດ​ໃຈ​ກາງ​ເມືອງ​ນິງ​ກ່ຽວ, ນະ​ຄອນ​ເກີນ​ເທີ. ຖະ​ໜົນ​ດອກ​ໄມ້​ສິ​ລະ​ປະ​ໄດ້​ປະ​ຕິ​ບັດ​ຢູ່​ຖະ​ໜົນ​ຄູ່​ວັນ​ເຕີນ/ຫງວຽນ​ທ໋າຍ​ຫອກ, ເມືອງ​ນິງ​ກ່ຽວ. ປະ​ຊາ​ຊົນ ແລະ ນັກ​ທ່ອງ​ທ່ຽ​ວ​ມາ​ຢ້ຽມ​ຢາມ​ຖະ​ໜົນ​ດອກ​ໄມ້, ຖະ​ໜົນ​ດອກ​ໄຟ​​ແສງ​ສີສິ​ລະ​ປະ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ເປັນ​ຈຳ​ນວນ​ຫຼາຍ. ເອື້ອຍ ເລີມ​ແຫ້ງງວຽນ, ຊາວ​ນະ​ຄອນ​ເກີນ​ເທີ, ແບ່ງ​ປັນ​ວ່າ.

        “ເຫັນ​ດອກ​ໄມ້​ສົດ ແລະ ສີ​ສັນປະ​ສານ​ກັນ​ຢ່າງ​ກົມ​ກ​ຽວ​ທີ່​ສຸດ, ຖະ​ໜົນ​ດອກ​ໄມ້​ນີ້​ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​​ຄ້າຍຄື​​ວ່າ​ພັນ​ລະ​ນາ​ໄດ້​ໝົດ​ເກີນ​ເທີ ຂອງ​ຕ​ົນ. ເມື່ອ​ຍ່າງ​ຢູ່​ຖະ​ໜົນ​ດອກ​ໄມ້, ເຫັນ​ດອກ​ໄມ້​ບານ​, ຮູ້​ສຶກ​ສາ​ບຸນ​ປີ​ໃໝ່​ມີ​ຄວາມ​ສົມ​ບູນ​ພູນ​ສຸກ. ເມື່​ອ​ໄປ​ພ້ອມ​ກັບ​ຄອບ​ຄົວ​ຍິ່ງ​ມ່ວນກວ່າ”.

        ຖະ​ໜົນ​ດອກ​ໄມ້​ສິ​ລະ​ປະ​ນະ​ຄອນ​ເກີນ​ເທີ ຈະ​ເປີດ​ປະ​ຕູ​ຮອດ​ວັນ​ທີ 03/02, ກົງ​ກັບ​ວັນ​ທີ 6 ເດືອນ​ຈຽງ​ຈຶ່ງ​ຈະ​ອັດ​ລົງ ແລະ ຄາດ​ວ່າ​ຈະ​ຕ້ອ​ນ​ຮັບ​ຜູ້​ມາຢ້ຽມ​ຊົມ​ນັບ​ໝື່ນ​ຄົນ.

ຂ່າວ/ບົດ​ອື່ນ