ຖ້ຽວ​ບິນ​ທີ​ສອງ​ນຳສົ່ງພົນ​ລະ​ເມືອງ ຫວ​ຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ກັບ​ຄືນ​ມາ ປະ​ເທດ ຢ່າງ​ປອດ​ໄພ

(VOVWORLD) -ຮຸ່ງເຊົ້າວັນທີ 10 ມີນາ, ຖ້ຽວບິນນຳສົ່ງພົນລະເມືອງ ຫວຽດນາມ 300 ຄົນ ທີ່ຍົກຍ້າຍຈາກ ຢູແກຼນ ໄປຍັງ Warsaw (ໂປໂລຍ) ກັບຄືນມາປະເທດ ໄດ້ລົງຈອດຢູ່ສະໜາມບິນ ໂນ້ຍບ່າຍ ຢ່າງປອດໄພ. 

ນີ້ແມ່ນຖ້ຽວບິນທີສອງ ໂດຍບັນດາກະຊວງ, ຂະແໜງການ ແລະ ອົງການຜູ້ຕາງໜ້າ ຫວຽດນາມ ໄດ້ສົມທົບກັນຈັດຕັ້ງແບບບໍ່ເກັບຄ່າໃຫ້ແກ່ພໍ່ແມ່ພີ່ນ້ອງ, ບົນເນື້ອໃນຈິດໃຈໃຫ້ບຸລິມະສິດສູງສຸດແກ່ວຽກງານປົກປ້ອງພົນລະເມືອງຂອງພັກ ແລະ ລັດ ຫວຽດນາມ. ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ໄດ້ສົມທົບກັບສະມາຄົມຊາວ ຫວຽດນາມ ຈັດສົ່ງພົນລະເມືອງໄປຍັງສະໜາມບິນ, ແຕ່ງຕັ້ງພະນັກງານໜູນຊ່ວຍໃນການເຮັດລະບຽບການທີ່ຈຳເປັນ ແລະ ສົມທົບກັບ ເຈົ້າໜ້າທີ່ສະເພາະກິດຂອງ ໂປໂລຍ ອຳນວຍຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນຢູ່ທີ່ສະໜາມບິນ.

ຖ້ຽວ​ບິນ​ທີ​ສອງ​ນຳສົ່ງພົນ​ລະ​ເມືອງ ຫວ​ຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ກັບ​ຄືນ​ມາ ປະ​ເທດ ຢ່າງ​ປອດ​ໄພ - ảnh 1ຜູ້ໂດຍສານ 300 ຄົນໃນຖ້ຽວບິນດັ່ງກ່າວ ມີເຄິ່ງໜຶ່ງເປັນເດັກນ້ອຍ 
ຕາມຂໍ້ມູນຈາກອົງການຕາງໜ້າ ຫວຽດນາມ ປະຈຳບັນດາປະເທດແລ້ວ, ໄລ່ຮອດຕອນເຊົ້າວັນທີ 10 ມີນາ 2022 ມີພົນລະເມືອງ ຫວຽດນາມ ຢູ່ ຣູມານີ ເກືອບ 600 ຄົນ, ຢູ່ ໂປໂລຍ ມີປະມານ 400 ຄົນ ໄດ້ລົງທະບຽນກັບຄືນປະເທດ. ບັນດາອົງການຜູ້ຕາງໜ້າຢູ່ ໂປໂລຍ ແລະ ຣູມານີ ຈະສືບຕໍ່ຮັບບັນຊີລາຍຊື່ຂອງພົນລະເມືອງທີ່ມີຄວາມມຸ່ງມາດປາດຖະໜາຢາກກັບຄືນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ