ທຸກຝ່າຍມານະພະຍາຍາມຊຸກຍູ້ການເຈລະຈານິວເຄຼຍອີຣານ

ທຸກຝ່າຍມານະພະຍາຍາມຊຸກຍູ້ການເຈລະຈານິວເຄຼຍອີຣານ - ảnh 1
(ພາບປະກອບ: theiranproject)

(vovworld) – ​ວັນ​ທີ 17/03, ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ​ແລະ ຄູ່​ຮ່ວມ​ຕຳ​ແໜ່​ງອີຣານ Mohammad Javad Zarif ​ໄດ້​ເຊື່ອມ​ຕໍ່​ການ​ເຈລະຈາ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ອີຣານ ​ເມື່ອ​ບັນດາ​ກາລະ​ໂອກາດ​​ເພື່ອບັນລຸ​ໄດ້​ຂໍ້​ຕົກລົງ​ໃນ​ໄລຍະ​ຈະ​ມາ​ເຖິງ​ຍັງ​ມືດ​ມົວ​ຢູ່ ພາຍຫຼັງ 12 ປີ​ແຫ່ງຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ອີຣານ ກັບຝ່າຍ​ຕາ​ເວັນ​ຕົກ​ ​ແລະ 18 ​ເດືອນ​ແຫ່ງການເຈລະຈາ​ລະຫວ່າງປະ​ເທດ​ສາທາລະນະ​ລັດ​ມຸດ​ສະ​ລິ​ມກັ່ງ​ກ່າວ ກັບ​ກຸ່ມ P5+1​. ວົງ​ການ​ນັກ​​ໄຈ້​ແຍກ​ຫວັງ​ວ່າ, ນັກ​ເຈລະຈາຂອງ​ອາ​ເມ​ລິ​ກາ ​ແລະ ອີຣານ ອາດ​ຈະບັນລຸ​ໄດ້​ບາດກ້າວ​ກະ​ໂດດ​ຂັ້ນ​ກ່ຽວ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ແຕ່​ປະຈຸ​ບັນ, ​ແຕ່ລະ​ຝ່າຍ​ຍັງ​ມີ​ຄວາມ​ສົງ​ໄສ​ເຊິ່ງກັນ ​ແລະ ກັນ. ອີຣານ ຖະ​ແຫຼ​ງຮັກສາ​ບັນດາ​ແຜນການ​ນິວ​ເຄຼຍ ຂອງ​ຕົນ​ເພື່ອ​ຈຸດໝາຍ​ສັນຕິພາບ, ​ໃນ​ຂະນະ​ນັ້ນ, ບັນດາ​ຝ່າຍ​ຕາ​ເວັນ​ຕົກ ສົງ​ໄສ​ຕໍ່ຈຸດປະສົງ​ຂອງ​ປະ​ເທດ​ນີ້. ປະຈຸ​ບັນ, ອີຣານ ​ແລະ ກຸ່ມ P5+1 ພວມ​ມານະ​ພະຍາຍາມ​ປະຕິບັດ​ສຳ​ເລັດກອບ​ສັນຍາ​ສຸດ​ທ້າຍກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້ ກ່ອນ​ວັນ​ທີ 31/03 ຈະ​ມາ​ເຖິງ ​ແລະ ບັນລຸ​ໄດ້​ຂໍ້​ຕົກລົງ​ຢ່າງ​ສົມບູນ​ກ່ອນ​ວັນ​ທີ 30/06, ພາຍຫຼັງ​ທີ່ພາດ​ກຳນົດ​ເວລາ​ 2 ຄັ້ງ.

ຂ່າວ/ບົດ​ອື່ນ