ທູດການທະຫານ ຕ່າງປະເທດປະຈຳ ຫວຽດນາມ ຕີລາ ຄາສູງນະໂຍບາຍ ຊົນເຜົ່າຢູ່ຫວຽດນາມ

ທູດການທະຫານ ຕ່າງປະເທດປະຈຳ ຫວຽດນາມ ຕີລາ ຄາສູງນະໂຍບາຍ ຊົນເຜົ່າຢູ່ຫວຽດນາມ - ảnh 1
ພາບປະກອບ

(vovworld) – ​ໂດຍ​ປະຕິບັດ​ແຜນການ​ການ​ຕ່າງປະ​ເທດປ້ອງ​ກັນປະ​ເທດ​ປີ 2012, ​ແຕ່​ວັນ​ທີ 1/7 ຮອດ​ປີ 6/7, ກົມ​ຕ່າງປະ​ເທດ, ສັງກັດ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ​ໄດ້​ຈັດ​ຕັ້ງ​ໃຫ້​ຄະນະ​ທູດ​ການ​ທະຫານ​ຕ່າງປະ​ເທດ​ປະຈຳ​ຫວຽດນາມ ​ໄປ​ຢ​້ຽມຢາມ​ບາງ​ແຂ​ວງພາກ​ກາງ ​ແລະ ​ໄຕ​ງວຽນ. ​ໃນ​ການ​ປະຕິບັດ​ງານ​ຄັ້ງ​ນີ້, ຄະນະ​ທູດ​ການ​ທະຫານ​ຕ່າງປະ​ເທດ ​ໄດ້​​ໄປ​ຢ້ຽມຢາມ​ກອງ​ບັນຊາ​ການ​ທະຫານ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ກູ​ຍ​ເຍີນ ​ແຂວງ ບິນ​ດິ້ງ. ຢູ່​ແຂວງ ຢາ​ລາຍ, ຄະນະ​ໄດ້​ລົງ​ຢ້ຽມຢາມ​ກອງ​ບັນຊາ​ການ​ທະຫານ​ພົນ​ລະ​ພາກ​ຫຼວງ 15, ບໍລິສັດ 72, 75, ຢ້ຽມຢາມ​ບ້ານ​ຈຳນວນ​ໜຶ່ງ​ຢູ່​ແຂວງ ບິນ​ດິ້ງ, ຢາ​ລາຍ ​ແລະ ກອນ​ຕຸ​ມ. ພັນ​​ເອກ Didier Oustric, ທູດ​ການ​ທະຫານ​ຝຣັ່ງ, ຫົວໜ້າຄະນະ​ຜູ້​ແທນ​ທູ​ດການ​ທະຫານ​ຕ່າງປະ​ເທດ​ປະຈຳ​ຫວຽດນາມ, ຕີ​ລາ​ຄາສູງ​ນະ​ໂຍບາຍ​ຊົນ​ເຜົ່າ ​ແລະ ສິດ​ເສລີ​ໃນ​ການ​ເຫຼືອມ​ໃສ​ສາສະໜາ​ຂອງ​ລັດຖະບານ​ຫວຽດນາມ. ຄະນະ​ກໍ​ເຫັນ​ໄດ້​ບັນດາ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ບັນດາ​ກົມ​ກອງ​ການ​ທະຫານ ​ທີ່ເຮັດ​​ເສດຖະກິດ, ຊ່ວຍ​ປະຊາຊົນ​ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ເຮັດ​ໃຫ້​ຊີວິດການ​​ເປັນ​ຢູ່​ເປັນ​ປົກກະຕິ ສາມາດ​ຖື​ວ່າ: ​ແມ່ນ​ຮູບ​ແບບ​ນຳໃຊ້​ໃນ​ກອງທັບ​ບາງ​ປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ພວມ​ພັດທະນາ. ການ​ຢ້ຽມຢາມ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ເລື່ອງ​ເພີ່​ມທະວີ​ຄວາມ​ເຂົ້າ​ອົ​ກ​ເຂົ້າ​ໃຈ, ຄວາມ​ເຊື່ອ​ໝັ້ນ​ເຊິ່ງກັນ ​ແລະ ກັນ, ຊຸກ​ຍູ້​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວວມື​ລະ​ຫວ່າງ ກອງ​ທັບ​ປະຊາຊົນ​ຫວຽດນາມ ​ແລະ ກອງ​ທັບ​ປະ​ເທດ​ຕ່າງໆ ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື ​ແລະ ພັດທະນາ.

ຂ່າວ/ບົດ​ອື່ນ