ທູດພິເສດ ລັດເຊຍ ມາ ສ.ເກົາຫຼີ ປຶກສາຫາລືກ່ຽວກັບບັນຫານິວເຄຼຍ ສປປ.ເກົາຫຼີ

(VOVWORLD) - ວັນທີ 26 ພະຈິກ, ທ່ານ Igor Morgulov ທູດພິເສດແຖວໜ້າຂອງ ລັດເຊຍ ກ່ຽວກັບໂຄງການນິວເຄຼຍ ສປປ.ເກົາຫຼີ, ຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ ໄດ້ມາຮອດນະຄອນຫລວງ ເຊອູນ
ທູດພິເສດ ລັດເຊຍ ມາ ສ.ເກົາຫຼີ ປຶກສາຫາລືກ່ຽວກັບບັນຫານິວເຄຼຍ ສປປ.ເກົາຫຼີ - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Igor Morgulov (ພາບ: poedinoktv)

ເພື່ອປຶກສາຫາລືກັບບັນດາເຈົ້າໜ້າທີ່ ສ.ເກົາຫຼີ ກ່ຽວກັບວິກິດການໃນປະຈຸບັນຢູ່ແຫຼມ ເກົາຫຼີ. ວັນທີ 27 ພະຈິກ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Igor Morgulov ໄດ້ພົບປະກັບທູດພິເສດຂອງ ສ.ເກົາຫຼີ ຮັບຜິດຊອບບັນດາບັນຫາສັນຕິພາບ ແລະ ຄວາມໝັ້ນຄົງໃນແຫຼມເກົາຫຼີ ທ່ານ Lee Do-hoon. ຄາດຄະເນວ່າ 2 ຝ່າຍຈະແບ່ງປັ່ນບັນດາການຕີລາຄາກ່ຽວກັບສະພາບການປ້ອງກັນຄວາມສະຫງົບໃນປັດຈຸບັນຢູ່ແຫຼມ ເກົາຫຼີ ໃນສະພາວະ ພຽງຢາງ ບໍ່ມີການກະທຳດ້ານການທະຫານໃດໆຕື່ມອີກ ໃນກ່ວາ 2 ເດືອນທີ່ຜ່ານມາ, ເຊິ່ງແມ່ນສິ່ງໄດ້ຮັບຖືວ່າ ເປັນເງື່ອນໄຂເພື່ອສາມາດດຳເນີນການເຈລະຈາກັບ ສປປ.ເກົາຫຼີ. 2 ຝ່າຍກໍ່ຄາດຄະເນວ່າ ຈະຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາກ່ຽວກັບມາດຕະການສັນຕິພາບໃຫ້ແກ່ບັນຫານິວເຄຼຍ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ