ທູດພິເສດ ສປຊ ສະເໜີຮຽກໂຮມຮອບເຈລະຈາທີ 8 ກ່ຽວກັບ ຊີຣີ

(VOVWORLD) - ກ່າວຄຳເຫັນຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດໃນວັນທີ 27 ກັນຍາ, ທ່ານ Staffan de Mistura ທູດພິເສດ ສະຫະປະຊາຊາດ (ສປຊ) ກ່ຽວກັບ ຊີຣີ ໄດ້ສະແດງຄວາມມຸ່ງຫວັງ
ທູດພິເສດ ສປຊ ສະເໜີຮຽກໂຮມຮອບເຈລະຈາທີ 8 ກ່ຽວກັບ ຊີຣີ - ảnh 1ທ່ານ Staffan de Mistura ທູດພິເສດ ສະຫະປະຊາຊາດ  (ພາບ: AFP/TTXVN

ຮຽກໂຮມຮອບເຈລະຈາທີ 8 ກ່ຽວກັບການປະທະກັນຢ່າງນອງເລືອດທີ່ແກ່ຍາວມາເປັນເວລາກ່ວາ 6 ປີຜ່ານມາຢູ່ ຊີຣີ ຢ່າງຊ້າສຸດແມ່ນໃນທ້າຍເດືອນ ຕຸລາ ຫຼື ຕົ້ນເດືອນ ພະຈິກ ຢູ່ ເຊີແນວ ປະເທດ ສະວິດ. ທ່ານ Mistura ຮຽກຮ້ອງລັດຖະບານ ແລະ ຝ່າຍຄ້ານ ຊີຣີ ຕີລາຄາສະພາບການໃນປະຈຸບັນຕາມພຶດຕິກຳຕົວຈິງ ບົນຈິດໃຈມີຄວາມຮັບຜິດຊອບສູງສຳລັບຊາວ ຊີຣີ, ພ້ອມທັງກະກຽມໃຫ້ລະອຽດ ເພື່ອເຂົ້າຮ່ວມການເຈລະຈາສັນຕິພາບ ເຊີແນວ ເຈລະຈາ 4 ບັນຫາຫຼັກແຫຼ່ງລວມມີ: ອຳນາດການປົກຄອງຂັ້ນສູນກາງ ແລະ ທ້ອງຖິ່ນ, ລັດຖະທຳມະນູນສະບັບໃໝ່, ບັນດາການເລືອກຕັ້ງໄດ້ຮັບການຕິດຕາມກວດກາຈາກ ສປຊ ແລະ ຕ້ານການກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ